ເປັນປະທານໂດຍ ພົຈວ ສົມພອນ ແກ້ວມີໄຊ, ພັທ ບຸນທອນ ໄຊສົງຄາມ, ພັທ ພົມລີ ຈັນປະສົງ ແລະ ພັທ ດວງຕາ ໄຊຍະທຳ

ສະຫະພັນນັກຮົບເກົ່າ 3 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ໄດ້ພົບປະແລກປ່ຽນບົດຮຽນ ວຽກງານນັກຮົບເກົ່າ ໃນວັນທີ 14 ທັນວາ 2018 ເພື່ອພ້ອມກັນນໍາເອົາບົດຮຽນທີ່ດີ, ວຽກງານອັນພົ້ນເດັ່ນໄປພັດທະນາອົງການຂອງຕົນ ໃຫ້ດີຂຶ້ນ.

ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ພົຈວ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພ້ອມດ້ວຍ ພັທ ບຸນທອນ ໄຊສົງຄາມ ປະທານສະຫະພັນນັກຮົບເກົ່າ ນວ, ພັທ ພົມລີ ຈັນປະສົງ ຮອງປະທານສະຫະພັນນັກຮົບເກົ່າ ແຂວງວຽງຈັນ, ພັທ ດວງຕາ ໄຊຍະທຳ ປະທານສະຫະພັນນັກຮົບເກົ່າ ແຂວງບໍລິຄຳໄຊ, ຕະຫຼອດຮອດຜູ້ແທນຈາກສະຫະພັນນັກຮົບເກົ່າທັງ 3 ແຂວງ ເຂົ້າຮ່ວມ.

ພົບປະແລກປ່ຽນບົດຮຽນ ວຽກງານນັກຮົບເກົ່າ

ການແລກປ່ຽນບົດຮຽນໃນຄັ້ງນີ້, ແຕ່ລະຝ່າຍໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານນັກຮົບເກົ່າ ໃຫ້ກັນແລະກັນຮັບຊາບ, ສະຫະພັນນັກຮົບເກົ່າ ນະຄອນຫຼວງວຽງຈັນ ໂດຍ ພັທ ບຸນທອນ ໄຊສົງຄາມ ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວ ນວ ມີສະມາຊິກສະຫະພັນນັກຮົບເກົ່າ ທັງໝົດ 6.444 ສະຫາຍ ຍິງ 2.207 ສະຫາຍ; ການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ອັນພົ້ນເດັ່ນແມ່ນໄດ້ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ ແລະ ເປັນບັນຫາສຳຄັນທີ່ສຸດໃນການເຕົ້າໂຮມຄວາມສາມັກຄີພາຍໃນຖັນແຖວນັກຮົບເກົ່າ ຄຽງຄູ່ກັບວຽກງານເສດຖະກິດ, ວັດ ທະນະທຳ-ສັງຄົມ ຕິດພັນກັບຂະບວນການຕ່າງໆ ສາມາດສ້າງໃຫ້ສະມາຊິກນັກຮົບເກົ່າທົ່ວ ນວ ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ.

ຖືເອົາວຽກງານໂຄສະນາສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ

ສະຫະພັນນັກຮົບເກົ່າທັງ 3 ແຂວງ ໄດ້ມີຄວາມເປັນເອກະພາບກັນສືບຕໍ່ພົວພັນແລກປ່ຽນບົດຮຽນກັນໃນຄັ້ງຕໍ່ໆໄປ ໂດຍມີການແລກປ່ຽນບົດຮຽນຂໍ້ມູນຂ່າວສານວຽກງານນັກຮົບເກົ່າຢ່າງເປັນປົກກະຕິ ພ້ອມທັງມີການຊ່ວຍເຫຼືອເຊິ່ງກັນແລະກັນແບບພິເສດ ໃນເວລາພົບຄວາມຫຍຸ້ງຍາກຕາມເງື່ອນໄຂຕົວຈິງຂອງແຕ່ລະແຂວງ.