ຂ່າວຕ່າງປະເທດລາຍງານ ໃນວັນທີ 18 ທັນວາ ນີ້ວ່າ: ການຊຸມນຸມປະທ້ວງຕໍ່ຕ້ານລັດຖະບານຝ່າຍຂວາ ນຳໂດຍພັກຟິເດສ ຂອງທ່ານ ວິກເຕີ ອໍບານ ນາຍົກລັດຖະມົນຕີ ອອກກົດໝາຍເປີດໂອກາດໃຫ້ເຈົ້າຂອງກິດຈະການສາມາດໃຫ້ລູກຈ້າງເຮັດວຽກລ່ວງເວລາໄດ້ເຖິງ 400 ຊົ່ວໂມງຕໍ່ປີ ເພີ່ມຂຶ້ນຈາກປັດຈຸບັນ, ເຊິ່ງຢູ່ທີ່ 250 ຊົ່ວໂມງ ແລະ ຍັງອະນຸຍາດໃຫ້ນາຍຈ້າງລໍຖ້າການຈ່າຍເງິນເງິນຄ່າຕອບແທນສຳລັບການເຮັດວຽກລ່ວງເວລາໄດ້ນານສູງສຸດເຖິງ 3 ປີນຳອີກ.

ເຖິງແມ່ນວ່າລັດຖະບານໃຫ້ເຫດຜົນວ່າ ຈຳເປັນຕ້ອງອອກກົດໝາຍດັ່ງກ່າວເພື່ອແກ້ໄຂພາວະຂາດແຄນແຮງງານ ໂດຍນາຍຈ້າງ ແລະ ລູກຈ້າງຈະໄດ້ຮັບຜົນປະໂຫຍດຈາກກົດໝາຍໃໝ່ນີ້ ແຕ່ປະຊາຊົນເຫັນວ່າ ມັນບໍ່ຕ່າງຫຍັງກັບການທີ່ລູກຈ້າງຕ້ອງຕົກຢູ່ໃນສະຖານະແຮງງານທາດ. ຂະນະທີ່ສະຫະພາບເອີຣົບ (EU) ຮຽກຮ້ອງໃຫ້ທ່ານ ວິກເຕີ ອໍບານ ທົບທວນກົດໝາຍດັ່ງກ່າວຄືນ, ເຊິ່ງເປັນສາເຫດເຮັດໃຫ້ປະຊາຊົນລວມຕົວກັນປະທ້ວງຫຼາຍກວ່າ 10.000 ຄົນ ສະເພາະຢູ່ໃນນະຄອນບູດາເປສ ໃນວັນທີ 16 ທັນວາ ທີ່ຜ່ານມາ ແລະ ມີການປະທະກັນຢ່າງຮ້າຍແຮງກັບເຈົ້າໜ້າທີ່ຕຳຫຼວດປາບປາມ.

ແນວໃດກໍຕາມ, ສະຖານະການມີທ່າອຽງເຄັ່ງຕຶງຂຶ້ນອີກ ເມື່ອມີສະມາຊິກພັກຝ່າຍຄ້ານ 2 ຄົນ ພະຍາຍາມເຂົ້າໄປໃນສະຖານີ ເພື່ອຂໍອ່ານຖະແຫຼງການຮຽກຮ້ອງໃນນາມປະຊາຊົນ ສົ່ງຜົນໃຫ້ມີຜູ້ປະທ້ວງປະມານ 2.000 ຄົນ ພາກັນໄປປິດລ້ອມສະຖານີ ເພື່ອສະແດງຄວາມບໍ່ພໍໃຈ. ຂະນະທີ່ມູນນິທິໂອເພນ ໂຊໄຊຕີ (OSF) ຂອງທ່ານ ຈອສໂຊຣອສ ທີ່ເປັນຝ່າຍຄ້ານກັບລັດຖະບານ ໄດ້ອອກຖະແຫຼງການກ່ຽວກັບສະຖານະການປະທ້ວງທີ່ເກີດຂຶ້ນວ່າ ປະຊາຊົນຊາວຮົງກາລີ ກຳລັງສະແດງອອກດ້ວຍສິດອັນຊອບທຳ ເພື່ອຕໍ່ຕ້ານຄວາມເດືອດຮ້ອນທີ່ເກີດຂຶ້ນໃນສັງຄົມ.