ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 62/ນຍ, ວ່າດ້ວຍການອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະ ບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ໃນວັນທີ 11 ທັນວາ 2018 ນີ້ ໂດຍການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນມາ ບຸຈະເລີນ ຮອງ ເລຂາພັກແຂວງ, ຮອງເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານທີ່ມາຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ກອງບັນ ຊາການ ປກສ ແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ລໍາເງິນ ສາຍນໍລາດ ຫົວໜ້າພະແນກ ຮສສ ແຂວງ ໃຫ້ຮູ້ວ່າ: ຜ່ານການສືບຕໍ່ຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ຄັ້ງທີ 2 ແຕ່ວັນທີ 23 ກັນຍາ-17 ພະຈິກ 2017 ເຫັນວ່າ ຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວພັກເຊົາ ແລະ ດໍາເນີນກິດຈະການຕ່າງໆຢູ່ພາຍໃນແຂວງທັງນອກ ແລະ ໃນໂຄງການລວມທັງໝົດ 4.126 ຄົນ ຍິງ 477 ຄົນ ລວມມີ 25 ສັນຊາດ, ຫຼາຍກວ່າໝູ່ແມ່ນສັນຊາດຫວຽດ ນາມ, ຮອງລົງມາ ແມ່ນສັນຊາດຈີນ, ໄທ, ຟິລິບປິນ, ເຂົ້າມາຖືກຕ້ອງຕາມລະບຽບ ກົດ ໝາຍມີຈໍານວນ 2.316 ຄົນ ຍິງ 115 ຄົນ, ເຂົ້າມາບໍ່ຖືກຕ້ອງມີຈໍານວນ 1.810 ຄົນ ຍິງ 362 ຄົນ, ອອກບັດ ອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດໄດ້ທັງໝົດ 1.760 ຄົນ ຍິງ 362 ຄົນ ທຽບໃສ່ການຂຶ້ນທະບຽນອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ຄັ້ງທີ I ປີ 2016 ແລະ ຄັ້ງທີ II ປີ 2017 ເຫັນວ່າ ຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວຢູ່ແຂວງບໍລິຄໍາໄຊ ມີແນວໂນ້ມຫຼຸດລົງ 43%, ຈໍານວນໜຶ່ງໄດ້ປະກອບເອກະສານຖືກຕ້ອງຕາມລະບຽບກົດ ໝາຍ ແລະ ຈໍານວນໜຶ່ງແມ່ນບໍ່ມີເງື່ອນໄຂຊໍາລະສະສາງຈະໄດ້ຢຸດເຊົາການເຄື່ອນໄຫວກິດຈະການ ແລະ ໃຫ້ກັບຄືນປະເທດ.

ຜ່ານການກວດກາ ແລະ ເກັບເກັບຂໍ້ມູນຄົນຕ່າງປະເທດທີ່ເຂົ້າມາເຄື່ອນ ໄຫວບໍ່ຖືກຕ້ອງ ເມື່ອສົມທຽບປີ 2017 ແລະ ປີ 2018 ແມ່ນຫຼຸດລົງ ຈໍານວນ 628 ຄົນ ເທົ່າກັບ 34,70%. ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ມີຄໍາເຫັນແລກປ່ຽນກັນຢ່າງກົງໄປ-ກົງມາ ເພື່ອແນໃສ່ເຮັດໃຫ້ການແກ້ໄຂບັນຫາດັ່ງກ່າວໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.