ກະຊວງອຸດສາຫະກຳ ແລະ ການຄ້າ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ

20 ມັງກອນ 1949-20 ມັງກອນ 2019

0
2712
ນຳພາເຂົ້າຮ່ວມຮັບຟັງໂດຍ ທ່ານ ບຸນມີ ມະນີວົງ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ 2019 ) ໃນວັນທີ 14 ທັນວາ 2018 ເພື່ອເປັນການໂຄສະນາໃຫ້ບັນດາພະນັກງານຫຼັກແຫຼ່ງ ໄດ້ຮັບຮູ້ມູນເຊື້ອຂອງວັນສຳຄັນດັ່ງກ່າວ ແລ້ວພ້ອມກັນມີຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີໃຫ້ເປັນປຶກແຜ່ນ, ສ້າງສະຕິເປັນເຈົ້າຕົນເອງ, ເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເຊິ່ງນຳພາເຂົ້າຮ່ວມຮັບຟັງໂດຍ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.

ກະຊວງອຸດສາຫະກຳ ແລະ ການຄ້າ

ພົຈວ ຄຳເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ ໄດ້ປາຖະກະຖາໃຫ້ຮູ້ວ່າ:

ປາຖະກະຖາໂດຍ ພົຈວ ຄຳເພັດ ສີຊານົນ

ກອງທັບລາວອິດສະຫຼະ ( ກອງທັບປະຊາຊົນລາວ ໃນປັດຈຸບັນ ) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ

ພົຈວ ຄຳເພັດ ສີຊານົນ
ບັນດາພະນັກງານຫຼັກແຫຼ່ງພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ

ການສ້າງຕັ້ງກອງທັບປະຊາຊົນລາວ ແມ່ນເຫດການປະຫວັດສາດໜຶ່ງທີ່ສຳຄັນ, ແມ່ນບາດ ກ້າວແຫ່ງການຂະຫຍາຍຕົວຂອງການປະຕິວັດ, ແມ່ນການເຕີບໃຫຍ່ຂອງການປະຕິວັດ ແລະ ການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ.

ການສ້າງຕັ້ງກອງທັບປະຊາຊົນລາວ

ພໍແຕ່ໄດ້ສ້າງຕັ້ງຂຶ້ນ ກອງທັບເຮົາກໍໄດ້ປະເຊີນໜ້າໂດຍກົງ ກັບສັດຕູທີ່ມີກຳລັງແຮງເໜືອກວ່າຕັ້ງຫຼາຍທົບ ທາງດ້ານເສດຖະກິດ, ກຳລັງພົນ ແລະ ອາວຸດຍຸດໂທປະກອນ, ແຕ່ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນສູງສົ່ງ, ມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນເຮົາ, ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ກູ້ຊາດໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກທີ່ສຸດນັ້ນ ກອງທັບເຮົາໄດ້ສ້າງວິລະກຳອັນລໍ້າເລີດຈາລຶກໄວ້ ໃນໜ້າປະຫວັດສາດຂອງກອງທັບ ແລະ ຂອງຊາດລາວເຮົາ.

20 ມັງກອນ 1949-20 ມັງກອນ 2019