ແຂວງບໍລິຄໍາໄຊ ໄດ້ຈັດກອງປະ ຊຸມປຶກສາຫາລື ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 62/ນຍ, ວ່າດ້ວຍການອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະ ບຽນ ແລະ ອອກບັດອະນຸຍາດເຄື່ອນ ໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ, ໃນ ວັນທີ 11 ທັນວາ 2018 ນີ້ ໂດຍການ ເປັນປະທານຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເປັນກຽດເຂົ້າ ຮ່ວມໂດຍ ທ່ານ ບຸນມາ ບຸຈະເລີນ ຮອງ ເລຂາພັກແຂວງ, ຮອງເຈົ້າແຂວງບໍລິ ຄໍາໄຊ, ມີບັນດາທ່ານທີ່ມາຈາກພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ກອງບັນຊາການ ປກສ ແຂວງ, ພ້ອມດ້ວຍພະນັກງານທີ່ກ່ຽວ ຂ້ອງ ເຂົ້າຮ່ວມ.
ທ່ານ ລໍາເງິນ ສາຍນໍລາດ ຫົວໜ້າ ພະແນກ ຮສສ ແຂວງ ໃຫ້ຮູ້ວ່າ: ຜ່ານ ການສືບຕໍ່ຈັດຕັ້ງປະຕິບັດການຂຶ້ນທະ ບຽນ ແລະ ອະນຸຍາດເຄື່ອນໄຫວຊົ່ວ ຄາວໃຫ້ຄົນ ຕ່າງປະເທດ ຄັ້ງທີ 2 ແຕ່ ວັນທີ 23 ກັນຍາ-17 ພະຈິກ 2017 ເຫັນວ່າ ຄົນຕ່າງປະເທດທີ່ເຂົ້າມາເຄື່ອນ ໄຫວພັກເຊົາ ແລະ ດໍາເນີນກິດຈະການ ຕ່າງໆຢູ່ພາຍໃນແຂວງ ທັງນອກ ແລະ ໃນໂຄງການ ລວມທັງໝົດ 4.126 ຄົນ ຍິງ 477 ຄົນ, ລວມມີ 25 ສັນຊາດ, ຫຼາຍກວ່າໝູ່ແມ່ນສັນຊາດຫວຽດນາມ, ຮອງລົງມາ ແມ່ນສັນຊາດຈີນ, ໄທ, ຟິ ລິບປິນ, ເຂົ້າມາຖືກຕ້ອງຕາມລະບຽບ ກົດໝາຍມີ ຈໍານວນ 2.316 ຄົນ ຍິງ 115 ຄົນ, ເຂົ້າມາບໍ່ຖືກຕ້ອງ ມີຈໍານວນ 1.810 ຄົນ ຍິງ 362 ຄົນ, ອອກບັດ ອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນ ຕ່າງປະເທດໄດ້ທັງໝົດ 1.760 ຄົນ ຍິງ 362 ຄົນ ທຽບໃສ່ການຂຶ້ນທະບຽນ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ຄັ້ງທີ I ປີ 2016 ແລະ ຄັ້ງທີ II ປີ 2017 ເຫັນວ່າ ຄົນຕ່າງປະເທດທີ່ເຂົ້າມາເຄື່ອນ ໄຫວຢູ່ແຂວງບໍລິຄໍາໄຊ ມີແນວໂນ້ມ ຫຼຸດລົງ 43%, ຈໍານວນໜຶ່ງໄດ້ປະກອບ ເອກະສານຖືກຕ້ອງຕາມລະບຽບກົດ ໝາຍ ແລະ ຈໍານວນໜຶ່ງແມ່ນບໍ່ມີເງື່ອນ ໄຂຊໍາລະສະສາງ ຈະໄດ້ຢຸດເຊົາການ ເຄື່ອນໄຫວກິດຈະການ ແລະ ໃຫ້ກັບ ຄືນປະເທດ.
ຜ່ານການກວດກາ ແລະ ເກັບເກັບຂໍ້ມູນຄົນຕ່າງປະເທດທີ່ເຂົ້າມາເຄື່ອນ ໄຫວບໍ່ຖືກຕ້ອງ ເມື່ອສົມທຽບປີ 2017 ແລະ ປີ 2018 ແມ່ນຫຼຸດລົງ ຈໍານວນ 628 ຄົນ ເທົ່າກັບ 34,70%. ຈາກນັ້ນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍ ໄດ້ມີຄໍາເຫັນແລກປ່ຽນກັນຢ່າງກົງໄປ ກົງມາ ເພື່ອແນໃສ່ເຮັດໃຫ້ການແກ້ໄຂ ບັນຫາດັ່ງກ່າວໄດ້ຮັບຜົນສໍາເລັດຕາມລະ ດັບຄາດໝາຍທີ່ວາງໄວ້.