ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 21 ທັນວາ 2018 ພາຍຫຼັງດໍາເນີນມາເປັນເວລາ 23 ວັນເຕັມ, ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີທ່ານນາຍົກ-ຮອງນາຍົກ, ພ້ອມດ້ວຍຄະນະລັດຖະບານ, ບັນດາທ່ານຜູ້ນໍາ, ອະດີດການນໍາຂັ້ນສູງຂອງພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ເຂົ້າຮ່ວມ. 

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ

ທ່ານ ນາງ ປານີ ຢາທໍ່ຕູ້ ກ່າວວ່າ:

ຕະຫຼອດໄລຍະການດໍາເນີນກອງປະຊຸມ ບັນດາສະມາຊິກສະພາແຫ່ງຊາດ ໄດ້ເຊີດຊູຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ປະກອບຄໍາຄິດເຫັນຢ່າງມີເຫດຜົນ, ມີເນື້ອໃນເລິກເຊິ່ງ ແລະ ກວ້າງຂວາງ, ພ້ອມທັງມີຄວາມເປັນເອກະພາບສູງໃນການພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນຕ່າງໆເຊັ່ນ:

ທ່ານ ນາງ ປານີ ຢາທໍ່ຕູ້
ທ່ານ ນາງ ປານີ ຢາທໍ່ຕູ້ ຂຶ້ນກ່າວຕໍ່ທີ່ປະຊຸມ
  • ຮັບຮອງເອົາບົດລາຍງານຂອງ ລັດຖະບານ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ທິດທາງແຜນການ ປີ 2019.
  • ບົດລາຍງານຂອງ ລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນປະຕິບັດໝົດປີ 2018 ແລະ ແຜນການປີ 2019.
  • ບົດລາຍງານຂອງ ອົງການກວດສອບ ປະຈໍາປີ 2018, ທິດທາງແຜນການເຄື່ອນໄຫວວຽກງານກວດສອບ ປະຈໍາປີ 2019.
  • ບົດລາຍງານຜົນກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2017.
  • ບົດລາຍງານຂອງ ອົງການກວດກາລັດຖະບານ ກ່ຽວກັບ ຜົນການກວດກາຕາມຜົນການກວດສອບ.
  • ຮັບຮອງເອົາການຊີ້ແຈງຂອງ ລັດຖະບານ ຕໍ່ຄໍາຊັກຖາມຂອງ ສະພາແຫ່ງຊາດ ກ່ຽວກັບ ສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.
  • ຮັບຮອງເອົາການຊີ້ແຈງຂອງ ລັດຖະບານ ກ່ຽວກັບ ຄຸນນະພາບການບໍລິຫານປິ່ນປົວຢູ່ໂຮງໝໍ, ສຸກສາລາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ.
  • ຮັບຮອງເອົາບົດລາຍງານເຄື່ອນໄຫວວຽກງານສະໄໝຂອງແຜນ 5 ປີ (2016-2020) ປະຈໍາປີ 2018 ແລະ ທິດທາງແຜນປີ 2020.
  • ວຽກງານຈຸດສຸມປີ 2019 ຂອງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ.
  • ຮັບຮອງເອົາການຊີ້ແຈງຂອງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕໍ່ຄໍາຊັກຖາມຂອງ ສະພາແຫ່ງຊາດ ກ່ຽວກັບ ການລະເມີດສັນຍາກູ້ຢືມທີ່ມີຫຼັກຊັບຄໍ້າປະກັນ ແຕ່ນໍາມາດໍາເນີນເປັນຄະດີອາຍາ ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ.
ບັນດາການນຳຈາກພາກສ່ວນຕ່າງໆ ກໍໄດ້ເຂົ້າຮ່ວມ

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາ ການແຕ່ງຕັ້ງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮັບຮອງເອົາ ຊົນເຜົ່າບຣູ, ຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານກາງສະໄໝ ( 2016-2018 ) ແລະ ປີ 2018 ທິດທາງຮອດປີ 2020 ແລະ ແຜນວຽກຈຸດສຸມ ປະຈໍາປີ 2019 ຂອງ ສະພາແຫ່ງຊາດ ຊຸດທີ VIII, ແຜນການສ້າງ ແລະ ປັບປຸງກົດໝາຍຂອງ ສະພາແຫ່ງຊາດ ປະຈໍາປີ 2019, ການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຕິດຕາມກວດກາ ໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາ ປະຈໍາປີ 2019 ຂອງ ສະພາແຫ່ງຊາດ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 8 ສະບັບ, ຮັບຟັງການລາຍງານຂອງ ລັດຖະບານ ກ່ຽວກັບ ການຈັດຕັ້ງປະຕິບັດມະຕິຂອງ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ສະບັບເລກທີ 097/ສພຊ ລົງວັນທີ 17 ພະຈິກ 2017 ວ່າດ້ວຍ ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ.

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ VIII