ແຂວງອັດຕະປື ຈັດກອງປະຊຸມປຶກສາຫາລື ຊຸກຍູ້ວຽກງານການປະຕິບັດຄໍາສັ່ງ ເລກທີ 62/ນຍ

ວ່າດ້ວຍ ການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນ ຕ່າງປະເທດ

0
1776

ໃນຕອນເຊົ້າຂອງວັນທີ 20 ທັນວາ 2018 ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື ໄດ້ຮ່ວມກັບ ກອງບັນຊາການ ປກສ ແຂວງ ຈັດກອງປະຊຸມປຶກສາຫາລື ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 62/ນຍ ລົງວັນທີ 13 ພະຈິກ 2015 ວ່າດ້ວຍ ການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນ ຕ່າງປະເທດ ເຊິ່ງເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ມີພະນັກງານຈາກກະຊວງ ແລະ ພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ 50 ກວ່າຄົນ.

ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງ ເປັນຜູ້ລາຍງານຜົນ

ໃນກອງປະຊຸມ, ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຄະນະຊີ້ນຳການຂຶ້ນທະບຽນ ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດ ໄລຍະທີ I ແລະ ໄລຍະທີ II ໂດຍສັງລວມແລ້ວ ໃນ 5 ຕົວເມືອງ ທົ່ວແຂວງອັດຕະປື ສາມາດເຄື່ອນໄຫວອອກບັດຊົ່ວຄາວໃຫ້ຄົນຕ່າງປະເທດ ໄດ້ທັງໝົດ 1.378 ຄົນ ຍິງ 497 ຄົນ.

ໃນນັ້ນ, ໄດ້ອອກບັດອະນຸຍາດຊົ່ວຄາວ 3 ເດືອນ ມີ 1.348 ຄົນ, ອອກບັດອະນຸຍາດຊົ່ວຄາວ 6 ເດືອນ ມີ 30 ຄົນ, ຜູ້ທີ່ມີເງື່ອນໄຂປັບສະຖານະພາບໃຫ້ຖືກຕ້ອງຕາມລະບຽບກົດໝາຍ ມີ 253 ຄົນ, ຜູ້ທີ່ມີເງື່ອນໄຂໃຫ້ຊຳລະສະສາງເພື່ອຢຸດຕິການເຄື່ອນໄຫວ ມີ 1.125 ຄົນ, ຈຳນວນຄົນຕ່າງປະເທດທີ່ກວດກາຕົວຈິງທີ່ບໍ່ທັນໄດ້ຂຶ້ນທະບຽນ ມີ 200 ກວ່າຄົນ ເຊິ່ງໄດ້ສ້າງລາຍຮັບຈາກການຂຶ້ນທະບຽນທັງໝົດ 1.267.200.000 ກີບ.

ຈາກນັ້ນ, ກອງປະຊຸມ ກໍໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄໍາຄິດເຫັນ ແລະ ປຶກສາຫາລື ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດ ມີຄວາມຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ.

ພົຈວ ທອງຈັນ ຈັນທະພົງ
ບັນດາຜູ້ເຂົ້າຮ່ວມຈາກ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງອັດຕະປື – ກອງບັນຊາການ ປກສ ແຂວງ

ພົຕ ກົງທອງ ພົງວິຈິດ ໄດ້ຊົມເຊີຍໃນແຕ່ລະຂະແໜງການທີ່ກ່ຽວຂ້ອງ ທີ່ມີຄວາມຮັບ ຜິດຊອບສູງໃນການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 62/ນຍ ກໍຄືບັນດານິຕິກຳອື່ນໆທີ່ກ່ຽວຂ້ອງ ເຊິ່ງມັນສ່ອງແສງໃຫ້ເຫັນໄດ້ໃນບົດສະຫຼຸບສັງລວມທີ່ໄດ້ລາຍງານໃນຄັ້ງນີ້ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ-ຄະນະນໍາຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ຊີ້ນໍາ-ນໍາພາ ໃນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ໃຫ້ໄດ້ຮັບໝາກຜົນຫຼາຍຂຶ້ນ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເປັນກ້າວໆ.