3 ເດືອນຜ່ານມາ ສູນປະສານງານແມ່ນໍ້າຂອງປອດໄພ ມ້າງຄະດີຢາເສບຕິດ ໄດ້ 7.000 ກວ່າເລື່ອງ

ໃນພິທີສະຫຼຸບ ແລະ ປິດຢ່າງເປັນທາງການ ຢູ່ທີ່ນະຄອນຫຼວງວຽງຈັນ

0
1324
ເຂົ້າຮ່ວມເປັນປະທານຂອງ ພົຕ ປອ ສົມຫວັງ ທໍາມະສິດ

ໃນໄລຍະ 3 ເດືອນຜ່ານມາ, ສູນປະສານງານແມ່ນໍ້າຂອງປອດໄພ ໃນໄລຍະທີ່ ສປປ ລາວ ເປັນເຈົ້າພາບ ໄດ້ແກ້ໄຂພວກລັກລອບຄ້າຂາຍຢາເສບຕິດ ໄດ້ 7.000 ກວ່າເລື່ອງ ພ້ອມທັງຢຶດຂອງກາງໄດ້ຫຼາຍລາຍການ ໃນນີ້ຢຶດຢາເສບຕິດ ປະເພດຢາບ້າ ໄດ້ 148.653.943 ເມັດ.

ສູນປະສານງານແມ່ນໍ້າຂອງປອດໄພ ໄດ້ເປີດຢ່າງເປັນທາງການ ໃນເດືອນກັນຍາ-ທັນວາ 2018 ໂດຍມີສະມາຊິກທັງໝົດ 6 ປະເທດ ຄື: ສປ ຈີນ, ກໍາປູເຈຍ, ມຽນມາ, ໄທ, ສສ ຫວຽດນາມ ແລະ ສປປ ລາວ ເຈົ້າພາບ.

ບັນດາ ອົງການຈັດຕັ້ງສາກົນ – ທູຕານຸທູດ ແລະ ຜູ້ປະສານງານຂໍ້ມູນຢາເສບຕິດ ກໍໄດ້ເຂົ້າຮ່ວມ

ຜ່ານການດໍາເນີນງານຮ່ວມກັນ, ມາຮອດວັນທີ 21 ທັນວາ 2018 ໄດ້ຈັດພິທີສະຫຼຸບ ແລະ ປິດຢ່າງເປັນທາງການ ຢູ່ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ມີອົງການຈັດຕັ້ງສາກົນ ພ້ອມດ້ວຍບັນດາທູຕານຸທູດ ແລະ ຜູ້ປະສານງານຂໍ້ມູນຢາເສບຕິດ 6 ປະເທດ ເຂົ້າຮ່ວມ.

ໃນກອງປະຊຸມ, ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫຼວດ ຮອງຫົວໜ້າຄະນະຊີ້ນໍາວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ລາຍງານ ວ່າ:

ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຂຶ້ນລາຍງານຕໍ່ກອງປະຊຸມ

ຫຼັງຈາກເປີດ ສູນປະສານງານແມ່ນໍ້າຂອງປອດໄພ ຢູ່ທີ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ທັງ 6 ປະເທດ ໄດ້ສຸມໃສ່ປະຕິບັດໜ້າທີ່ວິຊາສະເພາະ ແລະ ລາຍງານຂໍ້ມູນເປົ້າໝາຍຢາເສບຕິດໃຫ້ກັນຮັບຮູ້ ໂດຍເລີ່ມແຕ່ວັນທີ 19 ກັນຍາ-4 ທັນວາ 2018,

ຜ່ານການຈັດຕັ້ງປະຕິບັດຮ່ວມກັນ ສາມາດມ້າງຄະດີຢາເສບຕິດ ໄດ້ທັງໝົດ 7.414 ເລື່ອງ, ກັກຕົວຜູ້ຖືກຫາ ໄດ້ 10.657 ຄົນ ຍິງ 757 ຄົນ, ຢຶດຂອງກາງປະເພດຢາບ້າ ໄດ້ 148.653.943 ເມັດ, ຢາໄອສ໌ 15.897,204 ກິໂລກຼາມ, ກັນຊາ 6.710,7 ກິໂລກຼາມ;

ພ້ອມດ້ວຍຕົ້ນຄັນຊາ 4.895 ຕົ້ນ, ຝິ່ນ 735,54 ກິໂລກຼາມ, ເຮໂຣອິນ 942.614 ກິໂລກຼາມ, ແປ້ງຝຸ່ນທີ່ໃຊ້ເຂົ້າໃນການຜະລິດຢາເສບຕິດ 2.165,08 ກິໂລກຼາມ, ເຄຕາມິນ 1.357 ກິໂລກຼາມ, ມອກຝິ່ນ 23,19 ກິໂລກຼາມ, ແອສະຕາຊີ 1.128 ກິໂລກຼາມ ແລະ ຂອງກາງອື່ນໆ ອີກຈໍານວນຫຼວງຫຼາຍ.

ໂດຍ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ
ສູນປະສານງານແມ່ນໍ້າຂອງປອດໄພ ນະຄອນຫຼວງວຽງຈັນ

ໂອກາດນີ້, ພົຕ ປອ ສົມຫວັງ ທໍາມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາປະເທດສະມາຊິກທັງ 6 ປະເທດ ແລະ ເຈົ້າໜ້າທີ່ວິຊາສະເພາະ ທີ່ໄດ້ເອົາໃຈໃສ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບໝາກຜົນສູງ; ແຕ່ເຖິງຢ່າງໃດກໍຕາມ, ບັນຫາຢາເສບຕິດເປັນບັນຫາທີ່ມີຄວາມຫຼ່ໍແຫຼມ, ສະຫຼັບຊັບຊ້ອນ, ມີການລັກລອບລໍາລຽງຈັດສົ່ງທັງທາງບົກ, ທາງນໍ້າ ແລະ ທາງອາກາດ.

ບັນຍາກາດພາຍໃນ ກອງປະຊຸມ

ນອກນີ້, ມັນຍັງເປັນການຂົ່ມຂູ່ຕໍ່ຄວາມສະຫງົບປອດໄພ, ຄວາມໝັ້ນຄົງຂອງຊາດ ແລະ ລໍາພັງແຕ່ປະເທດໃດໜຶ່ງແລ້ວ ແມ່ນບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້; ສະນັ້ນ, ຮຽກຮ້ອງມາຍັງປະເທດສະມາຊິກ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນດີ ເຊິ່ງຈະເປັນການປະກອບສ່ວນເຮັດໃຫ້ ອາຊຽນ ແລະ ພາກພື້ນຂອງໂລກ ປອດຈາກຢາເສບຕິດໃນອະນາຄົດ.