ຕະຫຼອດໄລຍະປີ 2018, ໜັງສືພິມຄວາມສະຫງົບ ໄດ້ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ຜົນງານການເຄື່ອນໄຫວຂອງ ຄະນະພັກ-ຄະນະນຳກະຊວງ ປກສ ໂດຍຜ່ານສື່ໜັງສືພິມ ແລະ ສື່ອອນລາຍ ຄື: ເວັບໄຊ ( www.lsecuritynews.com ), ເພຈເຟສບຸກ (ໜັງສືພິມຄວາມສະຫງົບ ແລະ ຄວາມສະຫງົບລາຍວັນ) ສາມາດປະກອບສ່ວນໃນການເຜີຍແຜ່ ໃຫ້ທົ່ວສັງຄົມຮັບຮູ້ເຖິງຜົນງານ ກໍຄືເຫດການຕ່າງໆທີ່ເກີດຂຶ້ນໃນຂົງເຂດ ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 1 ປີ ເພື່ອເປັນການຕ້ອນຮັບປີໃໝ່ສາກົນ ຄສ 2019 ທີ່ໃກ້ມາເຖິງ, ໜັງສືພິມຄວາມສະຫງົບ ຈຶ່ງໄດ້ສະຫຼຸບສັງລວມເຫດການເດັ່ນໃນຂົງເຂດ ປກສ ເປັນຕົ້ນແມ່ນຜົນງານກ່ຽວກັບຂົງເຂດວຽກງານວິຊາສະເພາະ ໃນການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ວຽກງານກໍ່ສ້າງຮາກຖານການເມືອງ-ລົງສູ່ທ້ອງຖິ່ນຮາກຖານ ແລະ ການສຶກສາ ມາໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ອີກຄັ້ງ ເຊິ່ງມີດັ່ງນີ້:

1. ໂດຍຕອບສະໜອງຕາມຄຳເຊີນຂອງ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ພົທ ສຈ.ປອ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມສັນທະວະໄມຕີ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 27-28 ມັງກອນ;

ພົຕ ສົມແກ້ວ ສີລາວົງ – ພົທ ສຈ.ປອ ໂຕເລິມ

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນລາຍງານຜົນສຳເລັດທີ່ພົ້ນເດັ່ນ ໃນວຽກງານຮ່ວມມືຮັກສາຄວາມສະຫງົບຜ່ານມາ, ໂດຍສະເພາະ ແມ່ນການຮ່ວມມືຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ ລວມທັງການຊ່ວຍເຫຼືອ, ແບ່ງປັນບົດຮຽນປະສົບການ ແລະ ຮ່ວມສຳພັນສູ້ຮົບໂດຍກົງຮອບດ້ານຂອງ ສອງກຳລັງ ຕຳຫຼວດປະຊາຊົນ ຫວຽດນາມ ແລະ ກຳລັງ ປກສ ລາວ

ການຮ່ວມມືກັນຢ່າງແໜ້ນແຟ້ນ ລະຫວ່າງ ລາວ – ຫວຽດນາມ

ຕະຫຼອດຮອດການຮ່ວມມືກັນຢ່າງແໜ້ນແຟ້ນ ໃນການຕອບຕ້ານຢ່າງທັນການກັບທຸກຮູບແບບໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ ແລະ ການແບ່ງແຍກສາຍພົວພັນລະຫວ່າງສອງປະເທດໄດ້ເປັນຢ່າງດີ ແລະ ຈະພ້ອມກັນເພີ່ມທະວີສືບຕໍ່ຮ່ວມມືກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເປັນຕົ້ນແມ່ນ ຮັກສາຄວາມສະຫງົບຕາມເຂດຊາຍແດນລະຫວ່າງສອງປະເທດ ໃຫ້ມີຄວາມປອດໄພ 100%.

ສາຍພົວພັນລະຫວ່າງສອງປະເທດ

2. ຄະນະພັກ-ຄະນະນໍາກະຊວງ ປກສ ນໍາໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງວ່າການກະຊວງ ປກສ

ນໍາໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ

ໄດ້ຢ້ຽມຢາມ ແລະ ມອບກະຕ່າດອກໄມ້-ກະຕ່າຂອງຂວັນໃຫ້ ພະນັກງານແພດ-ໝໍ, ພະນັກງານ-ນັກຮົບ ທີ່ເຂົ້າຮັບການປິ່ນປົວຢູ່ ໂຮງໝໍ 5 ເມສາ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 57 ປີ (5 ເມສາ1961-5 ເມສາ 2018) ໃນຕອນເຊົ້າວັນທີ 3 ເມສາ.

ຢ້ຽມຢາມ ແລະ ມອບກະຕ່າດອກໄມ້-ກະຕ່າຂອງຂວັນໃຫ້ ພະນັກງານແພດ-ໝໍ

3. ວັນທີ 11 ພຶດສະພາ, ກະຊວງ ປກສ ໄດ້ຈັດກອງປະຊຸມວາງແຜນປ້ອງກັນ ຄະນະຜູ້ແທນຂັ້ນສູງ ກະຊວງສັນຕິບານ ແຫ່ງ ສປ ຈີນ ທີ່ມາເຄື່ອນໄຫວເຮັດວຽກ ແລະ ຢ້ຽມຢາມສັນທະວະໄມຕີ ສປປ ລາວ ລະຫວ່າງວັນທີ 12-16 ພຶດສະພາ 2018

ນໍາໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງວ່າການກະຊວງ ປກສ

ເປັນປະທານໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ທັງເປັນ ຫົວໜ້າອະນຸກໍາມະການປ້ອງກັນຄວາມສະຫງົບ, ມີຕາງໜ້າຈາກກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມວາງແຜນປ້ອງກັນ ຄະນະຜູ້ແທນຂັ້ນສູງ ກະຊວງສັນຕິບານ ແຫ່ງ ສປ ຈີນ

ກອງປະຊຸມດັ່ງກ່າວ ຄະນະຮັບຜິດຊອບ ໄດ້ມີການວາງແຜນຈັດກໍາລັງລົງປະຈໍາແຕ່ລະຈຸດປ້ອງກັນ, ຈັດກໍາລັງອອກກວດກາລາດຕະເວນຕາມເສັ້ນທາງທີ່ມີການເຄື່ອນໄຫວຂອງແຂກ, ຈັດກໍາລັງປ້ອງກັນຕາມສາຍທາງ ແລະ ບັນດາຈຸດຫຼ່ໍແຫຼມ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີຄວາມສະຫງົບ-ປອດໄພ 100%.

ການວາງແຜນຈັດກໍາລັງລົງປະຈໍາແຕ່ລະຈຸດປ້ອງກັນ

4. ວັນທີ 7 ພຶດສະພາ, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ຫົວໜ້າຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຊີ້ນໍາ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບ ການຈັດຕັ້ງປະຕິບັດ 3 ຫຼຸດ 3 ເພີ່ມ ແລະ 3 ຂະບວນການ ຢູ່ ກອງບັນຊາການ ປກສ ເມືອງໄຊທານີ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ຈັນທະລາ ອິນທະລັງສີ ເຈົ້າເມືອງໆໄຊທານີ, ມີບັນດາຄະນະຊີ້ນຳວຽກງານກໍ່ສ້າງຮາກຖານປະຈຳເມືອງ, ຄະນະກອງບັນຊາການ ປກສ ເມືອງ, ພະນັກງານກໍ່ສ້າງຮາກຖານທີ່ມາຈາກ ກະຊວງ ປກສ, ນະຄອນຫຼວງ ແລະ ປກສ ແຂວງ ເຂົ້າຮ່ວມ, ໂດຍທ່ານໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ປກສ ເມືອງໄຊທານີ ເອົາໃຈໃສ່ນໍາພາເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ອຳນວຍຄວາມສະດວກໃຫ້ແກ່ກຳລັງ ປກສ ທີ່ລົງກໍ່ສ້າງຮາກຖານການເມືອງ ເພື່ອເຮັດໃຫ້ບ້ານ ກໍຄື ເມືອງໄຊທານີ ມີຄວາມເປັນລະບຽບຮຽບຮ້ອຍ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ ຕິດພັນກັບ ປະຊາຊົນຢູ່ຮາກຖານບ້ານ ພ້ອມກັນສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນພາຍໃນເມືອງ ໃຫ້ທັນເວລາ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດດ້ວຍຄວາມຮັບຜິດຊອບສູງ.

5. ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັບ ກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ໃນວັນທີ 26 ມິຖຸນາ 2018 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ຝ່າຍລາວນໍາໂດຍ ພົຈວ ຄໍາໄຕ ຄໍາແພງເພັດ ຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ຝ່າຍກໍາປູເຈຍນໍາໂດຍ ພົອ ມາວ ບຸນນາຣິນ ຫົວໜ້າກົມໃຫຍ່ພະລາທິການ ແລະ ການເງິນ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮ່ວມ.

ການພົບປະແລກປ່ຽນບົດຮຽນ ລະຫວ່າງ ລາວ – ກຳປູເຈຍ

ການພົບປະແລກປ່ຽນບົດຮຽນຄັ້ງນີ້ ທັງສອງຝ່າຍໄດ້ລາຍງານສະພາບທີ່ຕັ້ງ, ພາລະບົດບາດ, ຂອບເຂດສິດຄວາມຮັບຜິດຊອບໃຫ້ກັນຮັບຮູ້ ເພື່ອເຮັດໃຫ້ທັງສອງຝ່າຍມີຄວາມເຂົ້າໃຈກ່ຽວກັບ ການປະຕິບັດວຽກງານ, ພ້ອມທັງໄດ້ທົບທວນຄືນກ່ຽວກັບ ການເຮັດວຽກຮ່ວມກັນຂອງສອງກະຊວງ ກໍຄືກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກໍາປູເຈຍ ໂດຍໄດ້ປຶກສາຫາລືກ່ຽວກັບ ວຽກງານປ້ອງກັນຄວາມສະຫງົບ ຕາມເນື້ອໃນບົດບັນທຶກ ແລະ ຕາມພາລະບົດບາດໜ້າທີ່ການພົວພັນຂອງສອງກະຊວງ ເຊິ່ງເປັນຂີດໝາຍທີ່ດີໃນການພົວພັນຂອງສອງພັກ-ສອງລັດ ກໍຄືສອງກະຊວງ ທີ່ເຮັດວຽກງານປ້ອງກັນຄວາມສະຫງົບ.

ຝ່າຍລາວນໍາໂດຍ ພົຈວ ຄໍາໄຕ ຄໍາແພງເພັດ – ຝ່າຍກໍາປູເຈຍນໍາໂດຍ ພົອ ມາວ ບຸນນາຣິນ

6. ວັນທີ 25 ກໍລະກົດ, ກະຊວງ ປກສ ມອບເງິນຈຳນວນ 561.350.000 ກີບ ໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື;

ກະຊວງ ປກສ ມອບເງິນຈຳນວນ 561.350.000 ກີບ

ຕາງໜ້າກ່າວມອບໂດຍ ພົຈວ ສົມວັນ ສາຍລ້ອງພາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ຕາງໜ້າກ່າວຮັບໂດຍ ທ່ານ ນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ກະຊວງ ປກສ – ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

7. ພົຕ ສິນທະວົງ ໄຊຍະກອນ ຮອງ ລມຕ ກະຊວງ ປກສ ລົງຊີ້ນຳວຽກງານວິຊາສະເພາະຢູ່ ແຂວງອັດຕະປື ໃນວັນທີ 30 ກໍລະກົດ ໃຫ້ການຕ້ອນຮັບໂດຍ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງ;

ພົຕ ສິນທະວົງ ໄຊຍະກອນ ຮອງ ລມຕ ກະຊວງ ປກສ

ເຊິ່ງໂອກາດທີ່ລົງໄປຄັ້ງນັ້ນ ພົຕ ສິນທະວົງ ໄຊຍະກອນ ໄດ້ຊີ້ນຳໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ເອົາໃຈໃສ່ລົງໃກ້ຊິດຕິດແທດກັບພະນັກງານທີ່ລົງໄປປະຕິບັດວຽກງານວິຊາສະເພາະ

ໃຫ້ການຕ້ອນຮັບໂດຍ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງ

ເພື່ອຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ້ນໍ້າຖ້ວມຈາກເຫດຄູກັ້ນນ້ຳ ເຊປຽນ-ເຊນ້ຳນ້ອຍ ແຕກ ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ໂດຍເນັ້ນໃຫ້ກຳລັງ ປກສ ເຮັດໜ້າທີ່ປ້ອງກັນຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ຕາມແຜນການ.

ລົງໄປປະຕິບັດວຽກງານວິຊາສະເພາະ

8. ວັນທີ 2 ສິງຫາ, ກະຊວງ ປກສ ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມທິດຊີ້ນຳຂອງ ກົມການເມືອງສູນກາງພັກ ກ່ຽວກັບ ສະພາບການທີ່ພົ້ນເດັ່ນທີ່ພົວພັນເຖິງວຽກງານປ້ອງກັນຄວາມສະຫງົບ

ພົຕ ສົມແກ້ວ ສີລາວົງ

ເພື່ອໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມໝາຍ-ຄວາມສຳຄັນຕາມທິດຊີ້ນຳຂອງ ກົມການເມືອງສູນກາງພັກ ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອພ້ອມກັນນຳເອົາເນື້ອໃນເອກະສານສຳຄັນດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍໃຫ້ບັນດາສະມາຊິກພັກ, ພະນັກງານ-ນັກຮົບຢູ່ກົມກອງຂອງຕົນໃຫ້ເກີດປະໂຫຍດສູງສຸດ ແລະ ເຮັດໃຫ້ພະນັກງານ-ນັກຮົບທຸກສະຫາຍ ມີສະຕິຕື່ນຕົວເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານວິຊາສະເພາະ

ຈັດພິທີເຜີຍແຜ່ເຊື່ອມຊຶມທິດຊີ້ນຳ

ເຊິ່ງເຜີຍແຜ່ໂດຍ ພົຕ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ.

ສະພາບການທີ່ພົ້ນເດັ່ນທີ່ພົວພັນເຖິງວຽກງານປ້ອງກັນຄວາມສະຫງົບ

9. ວັນທີ 5 ກັນຍາ, ວິທະຍາຄານຕຳຫຼວດປະຊາຊົນ ກະຊວງ ປກສ ໄດ້ເປີດສົກຮຽນໃໝ່ ປີ 2018-2019 ຈຳນວນ 3 ລະບົບ ຄື: ລະບົບປະລິນຍາໂທ ຮຸ່ນທີ XI ມີນັກສຶກສາ 34 ສະຫາຍ, ລະບົບປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XIII ມີນັກສຶກສາ 64 ສະຫາຍ, ລະບົບປະລິນຍາຕີກໍ່ສ້າງ ຮຸ່ນທີ XXII ມີນັກສຶກສາ 168 ສະຫາຍ; ໂດຍມີ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງ ປກສ ເປັນກຽດເຂົ້າຮ່ວມ ພ້ອມທັງໂອ້ລົມໃຫ້ບັນດານັກສຶກສາ ຈົ່ງເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຝຶກຝົນຫຼ່ໍຫຼອມຕົນເອງ, ເຂົ້າຮ່ວມໃນການປະຕິບັດລະບອບ ແລະ ລະບຽບວິໄນທີ່ວິທະຍາຄານ ວາງອອກຢ່າງເຂັ້ມງວດ.

10. ວັນທີ 18 ກັນຍາ, ພົຈວ ຄຳສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ຢູ່ແຂວງບໍ່ແກ້ວ

ພົຈວ ຄຳສາຍ ຈັນທະວົງ

ໂດຍເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ພາຍໃນ ປກສ ແຂວງບໍ່ແກ້ວ ເອົາໃຈໃສ່ສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວ ຄິດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ.

ປກສ ແຂວງບໍ່ແກ້ວ

11. ວັນທີ 6 ພະຈິກ, ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ( 30 ພະຈິກ 1968-30 ພະຈິກ 2018 ) ໂດຍແມ່ນ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີກະຊວງ ປກສ ປາຖະກະຖາ ໂດຍມີບາງຕອນທ່ານໃຫ້ຮູ້ວ່າ: ເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດ ເປັນບ່ອນກຳເນີດອົງການແນວລາວຮັກຊາດ, ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນທັງຊາດ.

12. ວັນທີ 20 ພະຈິກ ທີ່ນະຄອນຫຼວງວຽງຈັນ, ກົມໃຫຍ່ຕຳຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ຫ້ອງການອົງການສືບສວນ-ສອບສວນ ກະຊວງຕຳຫຼວດ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະ ແລະ ແລກປ່ຽນບົດຮຽນກ່ຽວກັບ ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ວຽກງານສືບສວນ-ສອບສວນ ແລະ ວຽກງານໄລ່ຊອກ-ໄລ່ຈັບ, ຝ່າຍລາວນຳໂດຍ ພັອ ຄຳຮຸ່ງ ແສງປະເສີດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ຝ່າຍຫວຽດນາມນຳໂດຍ ພັອ ເລວັນເຕິນ ຮອງຫົວໜ້າຫ້ອງການອົງການສືບສວນ-ສອບສວນ.

13. ວັນທີ 27 ພະຈິກ, ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ( ວປສ ) ກະຊວງ ປກສ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ຄົບຮອບ 23 ປີ ( 27 ພະຈິກ 1995-27 ພະຈິກ 2018 )

ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວປສ ພ້ອມຄະນະ ເຂົ້າຮ່ວມ

ພ້ອມທັງປະກາດປ່ຽນຊື່ຈາກ ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ເປັນ ວິທະຍາຄານສັນຕິບານປະຊາຊົນ ຢ່າງເປັນທາງການ ໂດຍອີງຕາມລັດຖະດຳລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 206/ນຍ ລົງວັນທີ 19 ກັນຍາ 2018 ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງ ປກສ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່;

ວັນສ້າງຕັ້ງວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ຄົບຮອບ 23 ປີ

ໂດຍມີ ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການ ວປສ ພ້ອມດ້ວຍຄະນະອຳນວຍການ, ພະນັກງານອາຈານ, ແຂກຮັບເຊີນ ຕະຫຼອດຮອດນັກສຶກສາ ເຂົ້າຮ່ວມ.

ວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ

14. ວັນທີ 13 ທັນວາ, ກະຊວງ ປກສ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ພົຕ ສົມແກ້ວ ສີລາວົງ ລັດຖະມົນຕີກະຊວງ ປກສ ຜູ້ເກົ່າ ແລະ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ຜູ້ໃໝ່ ເຊິ່ງຖືເປັນການປັບປຸງການຈັດຕັ້ງຂັ້ນການນຳສູງສຸດອີກຄັ້ງໜຶ່ງ ໃນກຳລັງ ປກສ ເພື່ອຮັບປະກັນໃຫ້ແກ່ການບັນຊາລວມສູນເປັນເອກະພາບ ແລະ ສ້າງສາຍພົວພັນລະຫວ່າງ ການບັນຊາກັບການຈັດຕັ້ງປະຕິບັດສາຍພົວພັນລະຫວ່າງຂັ້ນເທິງກັບຂັ້ນລຸ່ມ ໃຫ້ມີຄວາມກົມກຽວ;

ທ່ານ ພັນຄຳ ວິພາວັນ

ໂດຍມີ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍບັນດາແຂກຮັບເຊີນ ຕະຫຼອດ ຄະນະນຳກະຊວງ ປກສ, ພະນັກງານຫຼັກແຫຼ່ງຂັ້ນນຳພາ-ບັນຊາ ອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພົຕ ສົມແກ້ວ ສີລາວົງ – ພົທ ວິໄລ ຫຼ້າຄຳຟອງ