ປັດຈຸບັນ, ຢູ່ນະຄອນຫຼວງວຽງຈັນ (ນວ) ອຸບັດຕິເຫດຕາມທ້ອງຖະໜົນທີ່ເກີດຂຶ້ນກັບນັກຂັບຂີ່ ເປັນຕົ້ນແມ່ນນັກຮຽນ, ນັກສຶກສາ, ກໍາມະກອນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ແລະອື່ນໆ, ເນື່ອງຈາກກຸ່ມຄົນດັ່ງກ່າວນີ້ ສ່ວນຫຼາແມ່ນຍັງບໍ່ຮູ້ກົດລະບຽບຈະລາຈອນ ເປັນຢ່າງດີ ຈຶ່ງເຮັດໃຫ້ເກີດອຸບັດຕິເຫດຕາມມາ ແລະ ເຮັດໃຫ້ມີຄົນບາດເຈັບ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍໃນແຕ່ລະປີ; ເພື່ອສະກັດກັ້ນບັນຫາດັ່ງກ່າວ, ໃນປີ 2018 ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຢູ່ຕາມສະຖານທີ່ຕ່າງໆ ໄດ້ຈໍານວນຫຼວງຫຼາຍ ແລະ ມີຜູ້ເຂົ້າຮ່ວມຮັບຟັງເກືອບ 14.000 ຄົນ.

ອີງຕາມບົດສະຫຼຸບປະຈໍາປີ 2018 ຂອງພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ໃນປີຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ສຸມໃສ່ລົງໂຄສະນາລະບຽບກົດໝາຍກ່ຽວກັບ ການສັນຈອນຢູ່ຕາມສຳນັກງານ-ອົງການ, ບໍລິສັດ, ໂຮງຈັກ-ໂຮງງານ, ໂຮງຮຽນ, ໂຮງໝໍ ແລະ ກຸ່ມບ້ານຕ່າງໆ ໄດ້ທັງໝົດ 15 ຄັ້ງ, ມີ 500 ແຮງງານ ແລະ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 13.924 ຄົນ ຍິງ 1.192 ຄົນ; ໃນນີ້, ລົງໂຄສະນາຕາມເສັ້ນທາງ 3 ແຍກ 4 ແຍກ ໄດ້ 64 ຄັ້ງ, ລົງໂຄສະນາຕາມໂຮງຮຽນ 35 ຄັ້ງ, ລົງໂຄສະນາຕາມສໍານັກງານ-ອົງການ 12 ຄັ້ງ, ລົງໂຄສະນາຢູ່ຄິວລົດເມສາຍເໜືອ ແລະ ສາຍໃຕ້ 2 ຄັ້ງ, ລົງໂຄສະນາຢູ່ກອງພັນໃຫຍ່ ກະຊວງປ້ອງກັນປະເທດໄດ້ 4 ຄັ້ງ, ລົງໂຄສະນາຢູ່ບັນດາກຸ່ມບ້ານ 4 ຄັ້ງ ແລະ ສະຖານທີ່ອື່ນໆອີກຈໍານວນໜຶ່ງ; ນອກນີ້, ເຈົ້າໜ້າທີ່ຍັງສາມາດໂຄສະນາຜ່ານສື່ໄດ້ທັງໝົດ 119 ຄັ້ງ; ໃນນີ້, ໂຄສະນາຜ່ານວິທະຍຸໄດ້ 69 ຄັ້ງ, ໂທລະພາບ 25 ຄັ້ງ ແລະ ໜັງສືພິມ 25 ຄັ້ງ.

ພັຕ ຫຼຽນໄຊ ມົງພົນຄໍາ ຫົວໜ້າກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວວ່າ: ການລົງໂຄສະນາລະບຽບການສັນຈອນແຕ່ລະຄັ້ງ ແມ່ນແນໃສ່ເຮັດໃຫ້ຜູ້ໃຊ້ ລົດ-ໃຊ້ຖະໜົນໃຫ້ມີຄວາມປອດໄພ ແລະ ເປັນການຫຼຸດຜ່ອນການເກີດອຸບັດຕິເຫດ, ເຂົ້າໃຈເຖິງກົດລະບຽບການສັນຈອນ ແລະ ພ້ອມກັນປະຕິບັດກົດລະບຽບການສັນຈອນຢ່າງເຂັ້ມງວດ ເພື່ອປ້ອງກັນການເກີດອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ; ສະນັ້ນ, ສິ່ງສໍາຄັນທີ່ນັກຂັບຂີ່ຄວນປະຕິບັດ ເພື່ອປ້ອງກັນການເກີດອຸບັດຕິເຫດມີຫຼາຍຢ່າງຄື: ຜູ້ຂັບຂີ່ຕ້ອງມີສະຕິລະມັດລະວັງ, ມີມາລະຍາດເອື້ອເຟື້ອເຜື່ອແຜ່ຕໍ່ຜູ້ສັນຈອນຄົນອື່ນ, ໃສ່ໝວກກັນກະທົບ ເວລາຂັບຂີ່ລົດຈັກ ຫຼື ຮັດສາຍນິລະໄພເວລາຂັບຂີ່ລົດໃຫຍ່ ເພື່ອຊ່ວຍປ້ອງກັນຊີວິດທ່ານໃນເວລາເກີດອຸບັດຕິເຫດ, ບໍ່ດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ເພາະຈະເຮັດໃຫ້ສະຕິໃນການຂັບລົດ ຂອງທ່ານຫຼຸດລົງ ແລະ ອາດເກີດອຸບັດຕິເຫດຕາມມາ, ຫ້າມລ້ຽວກັບກະທັນຫັນຢູ່ໃນທາງຄົບ, ທາງແຍກ ເພາະຈະຕໍາກັບຜູ້ສັນຈອນທີ່ສວນທາງອອກມາ, ບໍ່ຄວນຂັບຂີ່ຕາມທາງກໍ້າຊາຍມື ເພາະຈະກີດຂວາງໝູ່ ແລະ ເກີດອຸບັດຕິເຫດ, ໃຫ້ສັນຍານກ່ອນທ່ານຈະລ້ຽວ ຫຼື ປ່ຽນ ທິດທາງຢ່າງໜ້ອຍ 50 ແມັດ ຫຼື ປະມານສອງເທົ່າຂອງຄວາມໄວລົດທີ່ກໍາລັງແລ່ນຢູ່, ບໍ່ຄວນເລັ່ງຄວາມໄວເກີນຂອບເຂດ ເພາະທ່ານຈະຢຸດລົດບໍ່ທັນເມື່ອມີສິ່ງກີດຂວາງ, ຕ້ອງໃຕ້ໄຟຕາລົດ ເມື່ອຂັບຂີ່ຍານພາຫະນະຍາມກາງຄືນ ຫຼື ກາງເວັນ, ເວລາທ້ອງຟ້າມືດມົວ, ຝົນຕົກແຮງ, ນັກຂັບຂີ່ທຸກຄົນ ຕ້ອງເອົາໃຈໃສ່ເຄົາລົບປ້າຍຈະລາຈອນ ແລະ ເຄື່ອງໝາຍການສັນຈອນທີ່ໄດ້ຕິດຕັ້ງໄວ້ຢູ່ຕາມແຄມທາງ, ເທິງທາງ, ໜ້າທາງ ແລະ ຂອບທາງ; ນອກນີ້, ນັກຂັບຂີ່ຕ້ອງສັງເກດໃຫ້ລະອຽດກ່ອນທຸກຄັ້ງວ່າທ່ານຈະໄປທາງໃດ ທີ່ມີຄວາມປອດໄພຖືກກົດລະບຽບຈະລາຈອນ ແລະ ຕ້ອງມີສະຕິຕະຫຼອດເວລາທີ່ກໍາລັງຂັບຂີ່; ຖ້າວ່ານັກຂັບຂີ່ທຸກສະຫາຍປະຕິບັດໄດ້ດັ່ງທີ່ກ່າວມານີ້ເຊື່ອວ່າບັນຫາອຸບັດຕິເຫດ ທີ່ເກີດຂຶ້ນຈະຫຼຸດໜ້ອຍຖອຍລົງແນ່ນອນ.

ເພື່ອເຮັດໃຫ້ບັນຫາການເກີດອຸບັດຕິເຫດຢູ່ຕາມທ້ອງຖະໜົນ ແລະ ຜູ້ເສຍຊີວິດຫຼຸດລົງ ເຈົ້າໜ້າທີ່ໂຄສະນາເຜີຍແຜ່ກົດໝາຍຂອງນະຄອນຫຼວງວຽງຈັນ ແລະ ບັນດາເມືອງຈະສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄສະນາກົດລະບຽບຈະລາຈອນໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນຮັບຮູ້ເຖິງກົດລະບຽບຈະລາຈອນ, ກົດໝາຍຂົນສົ່ງທາງບົກ ແລະ ແຈ້ງການຕ່າງໆ ໃຫ້ເຂົ້າສູ່ລວງເລິກຂອງຜູ້ໃຊ້ລົດໃຊ້ຖະໜົນຢູ່ຕາມສາຍທາງຕ່າງໆ, ໂຮງຮຽນ, ໂຮງຈັກ-ໂຮງງານ, ໂຮງໝໍ, ກຸ່ມ ບ້ານ, ບ້ານ ແລະອື່ນໆ ໂດຍສົມທົບກັບບັນດາບໍລິສັດຕ່າງໆທີ່ໃຫ້ການອຸປະຖໍາ; ນອກນີ້, ຍັງຈະເພີ່ມທະວີໃນການລົງໂຄສະນາຢູ່ຕາມບັນດາເສັ້ນທາງຂອງເມືອງທີ່ມັກເກີດອຸບັດຕິເຫດ ແນໃສ່ເຮັດໃຫ້ເມືອງທີ່ມັກເກີດອຸບັດຕິເຫດຫຼຸດໜ້ອຍຖອຍລົງ.