ສານປະຊາຊົນສູງສຸດ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

0
1697

ວັນທີ 8 ມັງກອນ 2019, ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາຫຼວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019 ), ປາຖະກະຖາໂດຍ ພົຈວ ສົມພອນ ແກ້ວມີໄຊ  ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດລາວ, ເຂົ້າຮ່ວມໂດຍ ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ, ມີບັນດາຮອງປະທານ, ກົມ-ກອງອ້ອມຂ້າງ ແລະ ພະນັກງານສານປະຊາຊົນສູງສຸດ ເຂົ້າຮ່ວມ.

ທ່ານ ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ

ພົຈວ ສົມພອນ ແກ້ວມີໄຊ ໄດ້ຫວນຄືນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ທີ່ສາມາດສ້າງໄດ້ວີລະກຳທີ່ເປັນມູນເຊື້ອທາດແທ້ອັນສະຫງ່າລາສີ, ກອງທັບປະຊາຊົນລາວ ແມ່ນໄດ້ຜ່ານຂະບວນວິວັດແຫ່ງການດຳເນີນການຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດຊາດ-ປົດປ່ອຍປະຊາຊົນລາວບັນດາເຜົ່າອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຈັກກະພັດຕ່າງຊາດ.

ກົມ-ກອງອ້ອມຂ້າງ ແລະ ພະນັກງານສານປະຊາຊົນສູງສຸດ ເຂົ້າຮ່ວມ

ເພື່ອຄວາມເປັນເອກະລາດແຫ່ງຊາດ, ຄວາມມີອິດສະຫຼະພາບ ແລະ ຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າ ໂດຍມີພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງຊີ້ນຳ-ນຳພາໂດຍກົງ, ເດັດຂາດຮອບດ້ານ;

ເຊິ່ງໃນວັນທີ 20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບລາວອິດສະຫຼະ ( ກອງທັບປະຊາ ຊົນລາວໃນປັດຈຸບັນ ) ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ  ພົມວິຫານ ເປັນຜູ້ບັນຊາໂດຍກົງ.

ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

ນັບແຕ່ໄດ້ຮັບການສ້າງຕັ້ງມາ ໂດຍພາຍໃຕ້ການນຳພາຂອງພັກ ທີ່ມີແນວທາງການເມືອງ ແລະ ການທະຫານອັນຖືກຕ້ອງ ແລະ ປະດິດສ້າງ, ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງໃນແຕ່ລະໄລຍະ; ພົ້ນເດັ່ນແມ່ນໄລຍະປີ 1973-1975 ເປັນໄລຍະຕໍ່ສູ້ປົກປັກຮັກ ສາສັນຕິພາບຄວາມຖືກຕ້ອງປອງດອງຊາດ, ປຸກລະດົມຂົນຂວາຍປະຊາຊົນບຸກໂຈມຕີຮອບດ້ານ ແລະ ນຳໃຊ້ 3 ບາດຄ້ອນຍຸດທະສາດ ( ການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງ ປະກອບອາວຸດ ແລະ ການແຍກຕົວອອກຂອງກຳລັງທະຫານສັດຕູ ) ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງ ລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1997.

ສານປະຊາຊົນສູງສຸດ