ປກສ ຊັ້ນຕົ້ນເລກ V ປາຖະກະຖາວັນສ້າງຕັ້ງກອງທັບ

0
1396

ໃນທ້າຍອາທິດທີຜ່ານມາ, ໂຮງຮຽນຊັ້ນຕົ້ນເລກ V ປກສ ແຂວງຄຳມ່ວນ ໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍການປາຖະກະຖາ ຂອງ ພົຈວ ສົມແຄນ ອັບປະສອນ ຫົວໜ້າຫ້ອງການເມືອງກອງບັນຊາການທະຫານ ແຂວງຄຳມ່ວນ, ຄະນະພັກ-ຄະນະບັນຊາກອງບັນຊາການ  ປກສ ແຂວງ ພ້ອມດ້ວຍຄະນະອຳນວຍການໂຮງຮຽນພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ໃນພິທີ, ພົຈວ ສົມແຄນ ອັບປະສອນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສໍາຄັນຂອງປະຫວັດສາດແຫ່ງການກຳເນີດ ແລະ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ຜົນງານ  ແລະ ໄຊຊະນະທີ່ປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 70 ປີ ຜ່ານມາ;

ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 20 ມັງກອນ ປີ 1949 ຢູ່ເຂດ ລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ ປະກາດສ້າງຕັ້ງຂຶ້ນ ແລະ  ຊີ້ນຳໂດຍກົງ. 

ຄະນະອຳນວຍການໂຮງຮຽນພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ

ນັບແຕ່ມື້ກອງທັບໄດ້ຮັບການສ້າງຕັ້ງມາແມ່ນໄດ້ຮັບພາລະອັນໜັກໜ່ວງ ໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່ ທີ່ມີອາວຸດພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ ຍ້ອນນໍ້າໃຈຮັກຊາດເດັດດ່ຽວໜຽວແໜ້ນ ແລະ ເພື່ອປົກປັກຮັກສາປະເທດຊາດ ກອງທັບເຮົາຈຶ່ງໄດ້ລຸກຮື້ຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານເຮັດໃຫ້ສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975 ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍກອງທັບປະຊາຊົນລາວ ຍັງໄດ້ປະກອບສ່ວນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ.

ທັງໝົດນີ້, ກໍເພື່ອເປັນການເສີມຂະຫຍາຍທາດແທ້ຂອງການປະຕິວັດ, ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນ, ຄວາມຈົງຮັກພັກດີຕໍ່ແຜ່ນດິນເກີດ, ຄວາມເສຍສະລະອັນສູງສົ່ງຂອງນັກຮົບປະຕິວັດກອງທັບປະຊາຊົນລາວ ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກເຮັດ ໃຫ້ພະນັກງານຄູ-ອາຈານ ແລະ ນາຍຕຳຫຼວດທີ່ເຂົ້າຮັບຟັງການປາຖະກະຖາໃນຄັ້ງນີ້ ໄດ້ເຂົ້າໃຈຢ່າງຈະແຈ້ງ, ເຊື່ອມຊຶມຕໍ່ມູນເຊື້ອອັນສະຫງ່າງາມ ແລະ ສະຫວ່າງສະໄຫວຂອງກອງທັບປະຊາຊົນລາວ ແຕ່ອາດີດຈົນເຖິງປັດຈຸບັນ.