ປະກາດເລື່ອນຊັ້ນຂັ້ນ ພັນເອກ ໃຫ້ນາຍຕໍາຫຼວດ 11 ສະຫາຍ

0
5809
ພົທ ວິໄລ ຫຼ້າຄໍາຟອງ

ໃນວັນທີ 9 ມັງກອນ 2019, ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕໍາຫຼວດຈໍານວນ 11 ສະຫາຍ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນການເລື່ອນຊັ້ນຕາມກົດໝາຍ.

ໃຫ້ກຽດປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ

ໃຫ້ກຽດປະດັບຊັ້ນຄັ້ງນີ້ ໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ, ມີຄະນະລັດຖະມົນຕີ, ຫົວໜ້າ-ຮອງກົມໃຫຍ່, ກອງບັນຊາການ, ວິທະຍາຄານ, ກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ປະກາດເລື່ອນຊັ້ນ ພັນໂທ ຂຶ້ນ ພັນເອກ

ນາຍຕໍຫຼວດທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ປະກອບມີ:

  • ພັທ ທອງສະຫວັນ ເຮືອງພົມມີ ກອງບັນຊາການ ປກສ ແຂວງວຽງຈັນ,
  • ພັທ ວັນໄຊ ສີໄຊຍະລາດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ,
  • ພັທ ບົວພັນ ອິນປັນຍາ ກອງບັນຊາການ ປກສ ແຂວງໄຊສົມບູນ,
  • ພັທ ພິມມະສອນ ທໍາມະວົງ ກົມໃຫຍ່ການເມືອງ ປກສ,
  • ພັທ ພອນໄຊ ຍົດສົມບັດ ຫ້ອງວ່າການກະຊວງ ປກສ,
  • ພັທ ໜູຈອນ ກ້ອນທອງດໍາ ກົມໃຫຍ່ພາລາທິການ,
  • ພັທ ຄິດທະວົງ ສຸລິຍາ ກົມໃຫຍ່ສັນຕິບານ,
  • ພັທ ຄໍາແຝງ ວັນດີໄຊ ກົມໃຫຍ່ຕໍາຫຼວດ,
  • ພັທ ຫຸມພັນ ເພັດບຸນມີ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ,
  • ພັທ ບຸນລຽນ ສະອາດສີ ກົມກວດກາ-ກວດການ,
  • ພັທ ບັນເທົາ ພິມພິສານ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ.

ໃນໂອກາດນີ້, ພົທ ວິໄລ ຫຼ້າຄໍາຟອງ ໄດ້ໂອລົມຕໍ່ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຊິ່ງໄດ້ຊີ້ນໍາໃຫ້ທຸກສະຫາຍຕ້ອງເອົາໃຈໃສ່ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຢ່າງສູງ, ເປັນພະນັກງານການນໍາ ທີ່ສາມາດນໍາພາ-ບັນຊາທີ່ເຂັ້ມແຂງ, ມີແບບແຜນ, ແກ້ໄຂວຽກງານສະເພາະໜ້າ ແລະ ຍາວນານ ໃຫ້ມີຜົນສໍາເລັດຢ່າງເດັດດຽວ, ເປັນທໍາ, ແກ້ໄຂໃຫ້ໄດ້ທຸກວຽກງານຢ່າງມີປະສິດທິພາບສູງ.

ນາຍຕໍຫຼວດທີ່ໄດ້ຮັບການເລື່ອນຊັ້ນ ມີ 11 ສະຫາຍ
ພົທ ວິໄລ ຫຼ້າຄໍາຟອງ ຍັງໄດ້ໂອລົມຕໍ່ ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຖິງການປະຕິບັດໜ້າທີ່