ສອງພາກສ່ວນປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບ

0
1096

ສູນກາງແນວລາວສ້າງຊາດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ຂຶ້ນໃນວັນທີ 9 ມັງກອນ 2019, ປາຖະກະຖາໂດຍ ພົຈວ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ  ແລະ ພົຈວ ປະສິດ ທ່ຽງທໍາ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ, ມີຮອງປະທານ, ຫົວໜ້າ-ຮອງກົມ, ພະແນກ ແລະ ພະນັກງານອ້ອມຂ້າງເຂົ້າຮ່ວມ.

ພົຈວ ສົມພອນ ແກ້ວມີໄຊ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ

ໃນພິທີ, ທັງສອງທ່ານໄດ້ຍົກໃຫ້ເຫັນມູນເຊື້ອຂອງກອງທັບປະຊາຊົນປະຕິວັດລາວວ່າ:

ກອງທັບປະຊາຊົນລາວໄດ້ສ້າງຕັ້ງຂຶ້ນໃນວັນ 20 ມັງກອນ 1949. ຜ່ານຍ່ານທາງແຫ່ງການຈັດຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນໍາພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ; ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸປະສັກນາໆປະການບໍ່ຈັກວ່າເທົ່າໃດ ແລະ ເຕັມໄປດ້ວຍຄວາມເສຍສະຫຼະ ອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ, ເຮັດສໍາເລັດພາລະກໍາປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຮັ່ງ, ຈັກກະພັດອາເມລິກາ ຜູ້ຮຸກຮານ ພ້ອມດ້ວຍລູກແຫຼ້ງຕີນມືຂອງພວກປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ, ສະຖາປະນາເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜ່ານຍ່ານທາງ 70 ປີແຫ່ງການ ປະຕິວັດຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກອງທັບເຮົາສາມາດສ້າງໄດ້ທາດແທ້ມູນເຊື້ອອັນສະຫງ່າງາມຂອງຕົນຄື:

ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ

ກອງທັບປະຊາຊົນລາວ ແມ່ນກອງທັບປະຕິວັດແບບໃໝ່ຂອງຊົນຊັ້ນກໍາມະກອນລາວ ໂດຍປະຊາຊົນ ແລະ ຕໍ່ສູ້ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ, ກອງທັບປະຊາຊົນລາວ ແມ່ນພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງ, ນໍາພາ-ບັນຊາ ແລະ ສຶກສາອົບຮົມ, ນັບແຕ່ມື້ ສ້າງຕັ້ງຂຶ້ນມາໄດ້ກາຍເປັນກໍາລັງ ຫຼັກແຫຼ່ງໃນຂະບວນການປະຕິວັດຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ, ຕ້ານຈັກກະພັດຜູ້ຮຸກຮານ ແລະ ໂຄ່ນລົ້ມລະບອບສັກດີນາ ປະຕິການສ້າງຕັ້ງລະບອບໃໝ່ຂຶ້ນແທນ ແລະສືບຕໍ່ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໄວ້ໃຫ້ໝັ້ນຄົງ ແລະ ວັດທະນະຖາວອນ, ສັງລວມແລ້ວທາດແທ້ຂອງກອງທັບປະຊາຊົນລາວລວມມີ 3 ທາດແທ້ ຄື: ທາດແທ້ປະຕິວັດ, ທາດແທ້ຊົນຊັ້ນກໍາມະກອນ ແລະ ທາດແທ້ປະຊາຊົນ.