ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ມັງກອນ ນີ້ວ່າ: ເຮືອບັນທຸກນ້ຳມັນອໍລັກ ຟໍຈູນ ຈົດທະບຽນໃນຫວຽດນາມ ຖືກໄຟລຸກໄໝ້ຢ່າງຮ້າຍແຮງຫຼັງຈາກເກີດລະເບີດຂຶ້ນໃນທະເລ, ເຊິ່ງຫ່າງຈາກເກາະລຳມາໄປທາງໃຕ້ປະມານ 1.609 ກິໂລແມັດ ໂດຍໜ່ວຍກູ້ໄພຮົງກົງ ໄດ້ເຂົ້າໄປໃຫ້ຄວາມຊ່ວຍເຫຼືອລູກເຮືອໄດ້ຢ່າງປອດໄພ 23 ຄົນ, ພົບຜູ້ເຄາະຮ້າຍເສຍຊີວິດ 1 ຄົນ, ມີຜູ້ໄດ້ຮັບບາດເຈັບ 4 ຄົນ ແລະ ສູນຫາຍອີກ 3 ຄົນ.

ເຮືອອໍລັກຟໍຈູນ ເປັນເຮືອຂ້າມມະຫາສະໝຸດຂະໜາດນ້ອຍ  ສາມາດບັນທຸກນ້ຳໜັກໄດ້ 17.500 ໂຕນ ສ້າງໃນປີ 2011 ສຳລັບບັນທຸກນ້ຳມັນ. ຈາກຂໍ້ມູນການແລ່ນເຮືອສະແດງໃຫ້ເຫັນວ່າ ຄັ້ງຫຼ້າສຸດເຮືອລຳດັ່ງກ່າວ ບັນທຸກນ້ຳມັນການຊວນ 6.000 ໂຕນ ສົ່ງໃຫ້ລູກຄ້າທີ່ທ່າເຮືອເມືອງກວາງໂຈວ ນອກແຄມຝັ່ງທາງທິດຕາເວັນອອກສຽງໃຕ້ຂອງຈີນ ລະຫວ່າງວັນທີ 6-7 ມັງກອນ ກ່ອນຈະແລ່ນໄປທີ່ຮົງກົງ.