ປກສ ແຂວງບໍລິຄຳໄຊ ປະກາດສັບຊ້ອນນາຍຕຳຫຼວດ ແລະ ກຳລັງທົດແທນ

0
781

ໃນວັນທີ 7 ມັງກອນ 2019, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດສັບຊ້ອນນາຍຕຳຫຼວດທີ່ສໍາເລັດການສຶກສາມາໃໝ່ ແລະ ກໍາລັງທົດແທນ ເພື່ອບັນຈຸເຂົ້າໃນວຽກງານວິຊາສະເພາະຂອງບັນດາຫ້ອງ, ກອງ, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແລະ ປກສ ເມືອງ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງ, ເປັນປະທານໂດຍ ພັທ ອານົງ ພະບາດໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີບັນດາຫົວໜ້າ, ຄະນະຫ້ອງ, ກອງ, ນາຍຕໍາຫຼວດທີ່ສໍາເລັດການສຶກສາມາໃໝ່ ແລະ ກໍາລັງທົດແທນເຂົ້າຮ່ວມ.

ພັທ ອານົງ ພະບາດໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງ

ພັຕ ບຸນລັບ ລາດສະວົງສຸກ  ຮອງຫົວໜ້າຫ້ອງການເມືອງ ຜູ້ຊີ້ນໍາວຽກຈັດຕັ້ງ ແລະ ກໍ່ສ້າງກໍາລັງ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສະບັບເລກທີ 7552/ປກສ.ຂ, ລົງວັນທີ 31 ທັນວາ 2018 ວ່າດ້ວຍ ການສັບຊ້ອນນາຍຕຳຫຼວດທີ່ສໍາເລັດການສຶກສາມາໃໝ່ ແລະ ກໍາລັງທົດແທນ ຈຳນວນ 69 ສະຫາຍ ຍິງ 16 ສະຫາຍ.

ໃນນີ້ໄດ້ບັນຈຸສັບຊ້ອນໃຫ້ປະຈໍາການຢູ່ຫ້ອງການເມືອງ 1 ສະຫາຍ, ຫ້ອງການກອງບັນຊາການ 3 ສະຫາຍ, ຫ້ອງສັນຕິບານ 7 ສະຫາຍ ຍິງ 2 ສະຫາຍ, ຫ້ອງຕໍາຫຼວດ 9 ສະ ຫາຍ ຍິງ 2 ສະຫາຍ, ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ 5 ສະຫາຍ ຍິງ 4 ສະ ຫາຍ, ຫ້ອງພະລາທິການ 7 ສະຫາຍ ຍິງ 1 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 3 ສະຫາຍ, ຫ້ອງ 504 ຈໍານວນ 2 ສະຫາຍ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ຈໍານວນ 4   ສະຫາຍ ຍິງ 2 ສະຫາຍ, ກອງພັນປ້ອງກັນເຄື່ອນທີ່ ຈໍານວນ 3 ສະຫາຍ, ປກສ ເມືອງປາກຊັນ 4 ສະຫາຍ ຍິງ 1 ສະຫາຍ, ປກສ ເມືອງບໍລິຄັນ 3 ສະຫາຍ ຍິງ 2 ສະຫາຍ, ປກສ ເມືອງທ່າພະບາດ 2 ສະຫາຍ, ປກສ ເມືອງປາກກະດິງ 4 ສະຫາຍ, ປກສ ເມືອງຄໍາເກີດ 5 ສະຫາຍ, ປກສ ເມືອງວຽງ ທອງ  4 ສະຫາຍ, ຍິງ 1 ສະຫາຍ ແລະ ປກສ ເມືອງໄຊຈໍາພອນ 3 ສະຫາຍ.

ພັຕ ບຸນລັບ ລາດສະວົງສຸກ ຮອງຫົວໜ້າຫ້ອງການເມືອງ

ທັງນີ້, ກໍເພື່ອເຮັດໃຫ້ວຽກງານວິຊາສະເພາະໃນແຕ່ລະຂົງເຂດມີປະສິດທິພາບ, ມີຄຸນນະພາບທາງດ້ານປະລິມານ ແລະ ມີການປັບປຸງໃຫ້ນັບມື້ດີຂຶ້ນກວ່າເກົ່າ. ໂອກາດດຽວກັນ, ທ່ານຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍານາຍ-ຕຳຫຼວດທີ່ສໍາເລັດການສຶກສາມາໃໝ່ ແລະ ກໍາລັງທົດແທນທີ່ໄດ້ຮັບການສັບຊ້ອນບັນຈຸເຂົ້າໃນວຽກງານວິຊາສະເພາະໃນຄັ້ງນີ້ ຈົ່ງພ້ອມກັນນໍາເອົາຄວາມຮູ້-ຄວາມສາມາດທີ່ຕົນໄດ້ຮໍ່າຮຽນມາໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສໍາເລັດ, ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ກາຍເປັນກໍາລັງ ທີ່ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ ເພື່ອຮັບໃຊ້ຊາດ-ຮັບໃຊ້ປະຊາຊົນຢ່າງແທ້ຈິງ.