ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 53 ປີ (ວັນທີ 9 ມັງກອນ 1966-ວັນທີ 9 ມັງກອນ 2019) ໃນວັນທີ 4 ມັງກອນ 2019 ທີ່ຜ່ານມານີ້, ໂດຍການເຂົ້າຮ່ວມຂອງ ພັທ ນາງ ວຽງຄໍາ ຄຸນສົມເຮືອງ ຄະນະພັກກອງບັນຊາການ, ຜູ້ຊີ້ນໍາອົງການຈັດຕັ້ງມະຫານຊົນ ປກສ ແຂວງ, ມີບັນດາຄະນະໜ່ວຍແມ່ຍິງ, ແຂກຮັບເຊີນ ພ້ອມດ້ວຍສະມາຊິກແມ່ຍິງ ອ້ອມຂ້າງກອງບັນຊາການເຂົ້າຮ່ວມຮັບຟັງ.

ພັຕ ນາງ ບົວພັນ ແສງນວນ ໄຊ ປະທານຮາກຖານໜ່ວຍສະຫະພັນແມ່ຍິງ ປກສ ແຂວງຜົ້ງສາລີ ກ່າວວ່າ: ນັບແຕ່ວັນທີ 9 ມັງກອນ 1966, ເປັນວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ, ເຊິ່ງເປັນວັນທີ່ມີຄວາມ ໝາຍ-ຄວາມສໍາຄັນທາງດ້ານປະຫວັດ ສາດຂອງແມ່ຍິງໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ. ພັກ ຖືວ່າແມ່ຍິງແມ່ນກໍາລັງ ໜຶ່ງທີ່ສໍາຄັນ ແລະ ກວມຈໍານວນກວ່າເຄິ່ງໜຶ່ງຂອງພົນລະເມືອງລາວໃນທົ່ວປະເທດ, ເປັນກໍາລັງແຮງອັນໃຫຍ່ຫຼວງໃນທຸກຂົງເຂດວຽກງານ, ເປັນກໍາລັງພິເສດໃນການຜະລິດກໍາລັງແຮງງານ ແລະ ພັກຍັງວາງແນວທາງນະໂຍບາຍກ່ຽວກັບການປົດປ່ອຍແມ່ຍິງວ່າ: ຂົນ ຂວາຍແມ່ຍິງດ້ວຍຄວາມໝັ້ນໜຽວ, ທົນທານໃຫ້ເຂົາເຈົ້າຕັ້ງໜ້າເຂົ້າຮ່ວມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ແລະ ພວກສັກດີນາ ດ້ວຍບັນດາຮູບການ ແລະ ວິທີການອັນມີໄຫວພິບແທດເໝາະກັບແຕ່ລະໄລຍະການຫັນປ່ຽນຂອງການປະຕິວັດ. ພ້ອມທັງປົດປ່ອຍແມ່ຍິງ ໃຫ້ຫຼຸດພົ້ນອອກຈາກການກົດຂີ່ຂົ່ມເຫັງ, ຄວາມບໍ່ຍຸຕິທໍາ ແລະ ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ຍ້ອນເຫັນໄດ້ຄວາມໝາຍ, ຄວາມສໍາຄັນດັ່ງກ່າວພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ກໍານົດເອົາວັນທີ 20 ກໍລະ ກົດ ເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ. ດັ່ງນັ້ນ, ວັນທີ 9 ມັງກອນ 1966 ສະມາຄົມແມ່ຍິງປ້ອງກັນຄວາມສະຫງົບສູນກາງ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ທີ່ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ ໂດຍປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງຊາດ, ພັກ-ລັດບັນດາເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະແມ່ນເອື້ອຍນ້ອງແມ່ຍິງໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການສຸມທຸກສະຕິປັນຍາ, ເຫື່ອແຮງໃນການປະຕິບັດໜ້າທີ່ວຽກງານ, ຮັບປະກັນການເຮັດວຽກງານວິຊາສະເພາະ, ວຽກຄອບຄົວ, ວຽກແນວຫຼັງ ສາມາດເຮັດວຽກປ່ຽນແທນເພດຊາຍໃນທຸກວຽກງານ.

ສັງລວມແລ້ວ, ນັບແຕ່ມື້ສ້າງຕັ້ງເຖິງປັດຈຸບັນ ສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ຄຽງບ່າຄຽງໄຫຼ່ກັບເພດຊາຍ, ອຸທິດເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປາບປາມພວກຝືນປະຕິວັດ, ພວກ ຂາຍຊາດ, ພວກອິດທິກໍາລັງປໍລະປັກ, ພວກຕ້ອງໂທດອາຍາຕ່າງໆ ສາມາດປົກປັກຮັກສາຄວາມສະຫງົບຂອງປະເທດຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປັກຮັກສາຊີວິດ, ຊັບສິນ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພັດທະນາກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 53 ປີ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ.