ຄຄອຊ: ສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2018

0
1139

ໃນວັນທີ 11 ມັງກອນ 2019, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ ປະຈໍາປີ 2018 ແລະ ວາງທິດທາງປະຈໍາປີ 2019 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີຈາກກະຊວງ ປທສ, ກະຊວງ ຖວທ, ກະຊວງ ປກຊ , ກະຊວງ ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີຈາກກະຊວງ ປທສ, ກະຊວງ ຖວທ, ກະຊວງ ປກຊ , ກະຊວງ ປກສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໄລຍະໜຶ່ງປີຜ່ານມາ, ຄຄອຊ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດໃນ ສປປ ລາວ ຢ່າງເອົາຈິງເອົາຈັງ, ເຊິ່ງເປັນປີທີ່ມີຫຼາຍເຫດການເກີດຂຶ້ນ, ໂດຍສະເພາະແມ່ນຂ່າວຕ່າງໆກ່ຽວກັບເຫດການໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ແລະ ບັນດາຂ່າວທີ່ບໍ່ເປັນຄວາມຈິງອື່ນໆ ທີ່ຖືກກຸ່ມຄົນບໍ່ດີປ່ອຍອອກມາເພື່ອຫວັງສ້າງຄວາມແຕກຕື່ນໃຫ້ແກ່ປະຊາຊົນໃນສັງຄົມທົ່ວປະເທດ.

ສິ່ງເຫຼົ່ານັ້ນ ໄດ້ເຮັດໃຫ້ເຫັນເຖິງຄວາມສໍາຄັນໃນການຄຸ້ມຄອງອິນເຕີເນັດ, ເວົ້າສະເພາະກໍແມ່ນສື່ສັງຄົມອອນລາຍ ເຊິ່ງ ຄຄອຊ ເອົາໃຈໃສ່ແກ້ໄຂບັນຫາດ້ວຍຮູບການຕ່າງໆຢ່າງມີປະສິດທິພາບ, ເປັນຕົ້ນແມ່ນການສ້າງ ແລະ ນໍາໃຊ້ບັນດານິຕິກໍາທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງຄອມພິວເຕີ, ແລະ ດໍາລັດວ່າດ້ວຍການ ຄຸ້ມຄອງຂໍ້ມູຂ່າວສານຜ່ານອິນຕີເນັດ, ຖືກນໍາໃຊ້ເປັນບ່ອນອີງໃນ ການຈັດຕັ້ງປະຕິບັດວຽກງານ, ຄວບຄຸມ ແລະ ຈໍາກັດການນໍາໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ຜິດ.

ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ)

ວຽກງານທີ່ພົ້ນເດັ່ນໃນໜຶ່ງປີຜ່ານມາມີຄື:

ວຽກງານການສ້າງ ແລະ ເຜີຍແຜ່ນໍາໃຊ້ບັນດານິຕິກໍາຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດ ໂດຍສະເພາະແມ່ນກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກທີ່ໄດ້ຜ່ານໃນກອງປະຊຸມສະພາແຫ່ງຊາດ ຄັ້ງທີ່ຜ່ານມາ ແລະ ປັດຈຸບັນຄະນະຮັບຜິດຊອບກໍສໍາເລັດການປັບປຸງເພື່ອສະເໜີອອກກົດໝາຍຕາມຂັ້ນຕອນ,
ວຽກງານການເຜີຍແຜ່ຕອບຕ້ານ ແລະ ຕິດຕາມກວດກາບັນດາຫາງສຽງທີ່ບໍ່ດີໃນສັງຄົມຜ່ານຊ່ອງທາງສື່ສັງຄົມອອນລາຍ ບັນດາພາກສ່ວນກ່ຽວຂ້ອງໄດ້ເຄື່ອນໄຫວປູກຈິດສໍານຶກກໃຫ້ແກ່ພະນັກງານ ແລະ ສັງຄົມ ໂດຍການລົງໂຄສະນາເຜີຍແຜ່ຜົນດີຜົນຮ້າຍຂອງການນໍາໃຊ້ສື່ສັງຄົມອອນລາຍຢູ່ໂຮງຮຽນ, ມະຫາວິທະຍາໄລຕ່າງໆ;  

ພັຕ ກົງທອງ ພົງວິຈິດ

ວຽກງານເຕັກນິກທີ່ຕິດພັນກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານກວດກາການນໍາໃຊ້ຄື້ນຄວາມຖີ່ ແລະ ສັນຍານອິນເຕີເນັດທີ່ບໍ່ຖືກລະບຽບ, ວຽກງານການຂຶ້ນທະບຽນຊິມກາດ, ແລະ ວຽກງານການຄຸ້ມຄອງລັດຖະບານເອເລັກໂຕຣນິກທີ່ຈະອໍານວຍຄວາມສະດວກໃຫ້ແກ່ການເຮັດວຽກ, ເກັບກໍາຂໍ້ມູນ ແລະ ການຕິດຕໍ່ສື່ສານພາຍໃນກົງຈັກລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ.