ສະຫະພັນແມ່ຍິງ ປກສ ປາຖະກະຖາວັນສ້າງຕັ້ງ ຄົບຮອບ 53 ປີ

0
1662
ພັທ ນາງ ສົມພອນ ແສງຄໍາຢອງ ຮອງປະທານສະຫະພັນແມ່ຍິງ

ໃນວັນທີ 11 ມັງກອນ 2019, ສະຫະພັນແມ່ຍິງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນ ຄົບຮອບ 53 ປີ ( 9 ມັງກອນ 1966-9 ມັງກອນ 2019 ) ໂດຍການເປັນປະທານຮ່ວມຂອງ ພົຈວ ອາລູ ວາລີຊື ຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ແລະ ພັອ ນາງ ວັດຊະລີ ສິດທິລືໄຊ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ປະທານສະຫະພັນແມ່ຍິງ ກະຊວງ ປກສ, ມີຮອງປະທານ, ໜ່ວຍ-ສະມາຊິກແມ່ຍິງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ນາງ ສົມພອນ ແສງຄໍາຢອງ ຮອງປະທານສະຫະພັນແມ່ຍິງ ກະຊວງ ປກສ ກ່າວວ່າ:

ຮອງປະທານ, ໜ່ວຍ-ສະມາຊິກແມ່ຍິງ ແລະ ແຂກຮັບເຊີນ ເຂົ້າຮ່ວມ

ວັນທີ 9 ມັງກອນ 1966, ວັນສ້າງຕັ້ງສະຫະພັນແມ່ຍິງ ກໍາລັງປ້ອງກັນຄວາມສະຫງົບ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງແມ່ຍິງ ແລະ ຕິດພັນກັບມູນເຊື້ອຂອງຊາດ-ຂອງພັກ;

ໃນການນໍາພາການຕໍ່ສູ້ປະຕິວັດລາວ ພັກ ຖືວ່າ ແມ່ຍິງ ແມ່ນເປັນກໍາລັງໜຶ່ງທີ່ສໍາຄັນ ແລະ ກວມຈໍານວນກວ່າເຄິ່ງຂອງພົນລະເມືອງລາວໃນທົ່ວປະເທດ, ເປັນກໍາລັງແຮງອັນໃຫຍ່ຫຼວງໃນທຸກຂົງເຂດວຽກງານ ແລະ ເປັນກໍາລັງແຮງພິເສດໃນການຜະລິດສໍາກໍາແຮງງານ ໝາຍຄວາມວ່າ: ແມ່ຍິງມີບົດບາດໃຫ້ກໍາເນີດຄົນຮຸ່ນໃໝ່, ແມ່ຍິງມີຖານະທີ່ຕັ້ງອັນສໍາຄັນຍິງໃນຄອບຄົວ. ດັ່ງນັ້ນ, ພັກໄດ້ວາງແນວທາງນະໂຍບາຍກ່ຽວກັບການປົດປ່ອຍແມ່ຍິງ ຄື: ຢາກປົດປ່ອຍແມ່ຍິງ ຕ້ອງບົນພື້ນຖານການປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ; ຢາກປົດປ່ອຍຊາດ, ປົດປ່ອຍຊົນຊັ້ນຕ້ອງປຸກລະດົມແມ່ຍິງ ໃຫ້ເຂົ້າຮ່ວມເປັນຂະບວນກວ້າງຂວາງ, ຟົດຟື້ນ ແລະ ຕ້ອງປົດປ່ອຍແມ່ຍິງຢ່າງແທ້ຈິງ.

ວັນສ້າງຕັ້ງສະຫະພັນ ຄົບຮອບ 53 ປີ ( 9 ມັງກອນ 1966-9 ມັງກອນ 2019 )

ແມ່ຍິງລາວບັນດາເຜົ່າ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ປິດລັດຂອງກໍາລັງປະຕິວັດ ປະກອບມີ: ໄດ້ຜະລິດຂວາກຫາວ, ຫຼາວແຫຼມ, ຊຸກເຊື່ອງ, ລໍາລຽງອາວຸດ ແລະ ສະບຽງອາຫານ ນໍາເອົາຂ່າວຄວາມລັບໄປໃຫ້ແກ່ລູກ-ຜົວທີ່ໄປຮ່ວມການຕໍ່ສູ້ ແລະ ໃຫ້ພະນັກງານທະຫານອິດສະຫຼະເພື່ອຢຶດອໍານາດການປົກຄອງຕະຫຼອດໄລຍະຜ່ານມາ. ນອກນັ້ນ, ຍັງໄດ້ນໍາພາເອື້ອຍນ້ອງແມ່ຍິງເຮັດວຽກແນວຫຼັງ ພາຍໃຕ້ຄໍາຂວັນທີ່ວ່າ: ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງເພື່ອຕີເອົາຊະນະສັດຕູ. ເຊິ່ງສິ່ງດັ່ງກ່າວມັນໄດ້ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບແຕ່ອະດີດຈົນເຖິງປັດຈຸບັນ ທີ່ເຫັນໄດ້ເຖິງຜົນສໍາເລັດໃນການທຸ້ມເຫື່ອເທແຮງ ປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ປະສົບຜົນສໍາເລັດໃນຫຼາຍດ້ານ ແລະ ສູ້ຮົບຄຽງບ່າຄຽງໄຫຼ່ກັບເພດຊາຍໃນທຸກສະໝາມຮົບໄດ້ຢ່າງພິລະອາດຫານ ແລະ ມີໄຊຕະຫຼອດມາ.

ສະຫະພັນແມ່ຍິງ ກະຊວງ ປກສ

ໃນໂອກາດດັ່ງກ່າວ, ທ່ານຫົວໜ້າກົມໃຫຍ່ການເມືອງ ຍັງໄດ້ເຜີຍແຜ່ເອກະສານຍຸດທະສາດວຽກງານສົ່ງເສີມຄວາມກ້າວໜ້າຂອງ ແມ່ຍິງ ກະຊວງ ປກສ 10 ປີ ຄັ້ງທີ II ( 2016-2025 ) ເພື່ອຮັບປະກັນສິດ ແລະ ການພັດທະນາຄວາມສະເໝີພາບຍິງ-ຊາຍໃນທຸກຂະແໜງການ ລວມທັງວິຊາສະເພາະໃຫ້ນັບມື້ເຂັ້ມແຂງທາງດ້ານການເມືອງ ແລະ ໜັກແໜ້ນທາງດ້ານແນວຄິດ ຂຶ້ນເປັນກ້າວໆ.