ສະພາວິທະຍາສາດ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດກອງປະຊຸມວິທະຍາສາດຮັບຮອງເອົາຫຼັກສູດປະລິນຍາຕີ ຄະນະວິຊາປະກອບອາວຸດ ແລະ ວິຊານິຕິວິທະຍາ, ໃນວັນທີ 11 ມັງກອນ 2019, ເປັນປະທານໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອໍານວຍການ ວຕປ, ມີຮອງອໍານວຍການ, ຄະນະອໍານວຍການ, ຕາງໜ້າຫ້ອງການ, ຄະນະວິຊາປະກອບອາວຸດ, ວິຊານິຕິວິທະຍາ, ຫ້ອງຄຸ້ມຄອງຫຼັກສູດນັກສຶກສາ, ຫ້ອງຄຸ້ມຄອງວິທະຍາສາດ, ຕ່າງໜ້າກົມກອງ, ກອງບັນຊາການອ້ອມຂ້າງກະຊວງເຂົ້າຮ່ວມ.

ພົຈວ ປອ ບຸນຊູ ນາມມະຈັກ ກ່າວວ່າ: ການສ້າງຫຼັກສູດວິຊາປະກອບອາວຸດ ແລະ ວິຊານິຕິວິທະຍາ ຂຶ້ນແມ່ນອິງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການອະນຸມັດສ້າງຂະແໜງການຮຽນວິຊາປະກອບອາວຸດ ແລະ ຂະແໜງວິຊານິຕິວິທະຍາ ເຂົ້າໃນຫຼັກສູດປະລິນຍາຕີກົດໝາຍດໍາເນີນຄະດີອາຍາຂອງ ວຕປ ໃຫ້ສອດຄ່ອງກັບ 4 ແຜນງານໃຫຍ່, 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບວາງອອກໃຫ້ເຂົ້າສູ່ລວງເລິກ ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

ຫຼັກສູດວິຊາປະກອບອາວຸດ ແລະ ນິຕິວິທະຍາ ໄດ້ສ້າງມາແຕ່ທ້າຍປີ 2018 ໃຊ້ເວລາຮຽນ 4 ປີ ລວມມີ 66 ໜ່ວຍກິດ ມີ 1.056 ຊົ່ວໂມງ ເຊິ່ງຈະໄດ້ເລີ່ມເຂົ້າຮຽນໃນລະບົບປະລິນຍາຕີ ຮຸ່ນທີ 22 ສົກປີ 2019, ຜ່ານມາລະບົບປະລິນຍາຕີ  ວິທະຍາຄານຕໍາຫຼວດປະຊາຊົນ ລວມມີ 7 ຂະແໜງວິຊາຮຽນ ຄື: ວິຊາສືບສວນ-ສອບສວນອາຍາ, ປ້ອງກັນເສດຖະກິດ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ຈະລາຈອນ ແລະ ມອດໄຟ, ຄຸ້ມຂັງ-ດັດສ້າງ.