ອົງຄະນະພັກ ປກ ສະຫຼຸບວຽກງານໄຕມາດ IV

0
1175

ອົງຄະນະພັກກອງບັນຊາການປ້ອງກັນສູນກາງ ( ປກ ) ກະຊວງ ປກສ ຈັດກອງປະຊຸມສະຫຼຸບປະຈໍາໄຕມາດ IV ປະຈໍາປີ 2018 ແລະ ວາງແຜນການປະຈໍາໄຕມາດ I ປະຈໍາປີ 2019, ເປັນປະທານໂດຍ ພັອ ຄໍາເຄື່ອງ ບຸນວິໄລ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຮອງເລຂາຄະນະພັກ, ຄະນະພັກກອງບັນຊາການ, ເລຂາ-ຮອງເລຂາ, ຄະນະພັກໜ່ວຍພັກຫ້ອງ, ໂຮງຮຽນ, ກອງຮ້ອຍ ເຂົ້າຮ່ວມ.

ພັອ ຄໍາເຄື່ອງ ບຸນວິໄລ

ພັທ ສົມຫວັງ ໄຊຍະລາດ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງການເມືອງກ່າວວ່າ:

ພັທ ສົມຫວັງ ໄຊຍະລາດ

ໃນໄຕມາດ IV ປະຈໍາປີ 2018, ຄະນະພັກກອງບັນຊາການ ໄດ້ເອົາໃຈໃສ່ຊີ້ນໍາພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເກັບກໍາສະພາບການດ້ານຕ່າງໆຂອງສັດຕູ, ບັນຈຸ, ຈັດວາງກໍາລັງພົນເຂົ້າໃສ່ເປົ້າໝາຍປ້ອງກັນ ທັງຮັບປະກັນຄວາມສະຫງົບປອດໄພເປັນຢ່າງດີ, ຈັດຕັ້ງປະຈໍາການກຽມພ້ອມສູ້ຮົບຢູ່ບັນດາເປົ້າໝາຍປ້ອງກັນຕ່າງໆໃນຂອບເຂດຂອງຕົນຮັບຜິດຊອບຕະຫຼອດ 24 ຊົ່ວໂມງ, ໄດ້ມີການປະສານງານກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ໃນບັ້ນປ້ອງກັນແຕ່ລະຄັ້ງເປັນຢ່າງດີ ແລະ ມີຄວາມສະຫງົບປອດໄພໂດຍພື້ນຖານ; ຄົ້ນຄວ້າປັບປຸງເນື້ອໃນເອກະສານບົດວິທະຍາສາດກ່ຽວກັບການປະກອບເຄື່ອງເຫຼົ່າລົບວິຊາສະເພາະປ້ອງກັນສູນກາງ ເພື່ອໃຫ້ແທດເໝາະກັບຕົວຈິງໄດ້ສໍາເລັດໂດຍພື້ນຖານ.

ພັທ ນາງ ທຸມມາລີ ຄຳພັນ

ສໍາລັບທິດທາງແຜນການປະຈໍາໄຕມາດ I ປີ 2019 ຈະເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະພັກ, ສະມາຊິກພັກກອງບັນຊາການ, ກອງຮ້ອຍ, ຫ້ອງ, ໂຮງຮຽນໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງເຊື່ອໝັ້ນ ຕໍ່ການນໍາພາຂອງພັກ-ລັດ, ມີສະ ຕິຕໍ່ການຈັດຕັ້ງ, ລະບຽບວິໄນເຂັ້ມງວດ, ເຮັດສໍາເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍເປັນຕົ້ນແມ່ນ ບັນດາການນໍາຂັ້ນສູງ, ແຂກລະດັບສາກົນ-ແຂກຕ່າງປະເທດ, ສໍານັກງານ-ອົງການ, ງານບຸນປະເພນີຕ່າງໆມີຄວາມປອດໄພຮອບດ້ານ.

ມີຮອງເລຂາຄະນະພັກ, ຄະນະພັກກອງບັນຊາການ, ເລຂາ-ຮອງເລຂາ, ຄະນະພັກໜ່ວຍພັກຫ້ອງ, ໂຮງຮຽນ, ກອງຮ້ອຍ ທີ່ເຂົ້າຮ່ວມ.