ບ້ານໜອງດ້ວງໃຕ້ ຈະສືບຕໍ່ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍ

0
1621

ໃນ 5 ປີຕໍ່ໜ້າ ( 2018- 2023 ), ບ້ານໜອງດ້ວງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈະສືບຕໍ່ ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ຄ່ອຍໆໝົດໄປ ໂດຍສຸມໃສ່ແກ້ໄຂບັນດາເປົ້າໝາຍ ແລະ ໜໍ່ແໜງຂອງກຸ່ມສ່ຽງທີ່ຈະກໍ່ຄວາມບໍ່ສະຫງົບພາຍໃນບ້ານ.

ກອງປະຊຸມສະຫຼຸບບການເຄື່ອນໄຫວວຽກງານຮອບດ້ານຂອງອົງການປົກຄອງບ້ານໜອງດ້ວງໃຕ້

ກອງປະຊຸມສະຫຼຸບບການເຄື່ອນໄຫວວຽກງານຮອບດ້ານຂອງອົງການປົກຄອງບ້ານໜອງດ້ວງໃຕ້ ໄລຍະ 3 ປີຜ່ານມາ ແລະ ວາງທິດທາງແຜນການໃນ 5 ປີຕໍ່ໜ້າ ຈັດຂຶ້ນໃນວັນທີ 9 ມັງກອນ 2019 ເຂົ້າຮ່ວມໂດຍ ທ່ານ ຄໍາແຫງ ດວງສິລິ ກໍາມະການພັກເມືອງ ຮອງເຈົ້າເມືອງໆສີໂຄດຕະບອງ, ມີບັນດາແຂກຮັບເຊີນ, ພາກສ່ວນທີ່ກ່ຽວຂ້ອງ, ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ຄໍາແຫງ ດວງສິລິ ກໍາມະການພັກເມືອງ ຮອງເຈົ້າເມືອງໆສີໂຄດຕະບອງ

ໃນພິທີ, ທ່ານ ນາງ ຈັນທອນ ທອງມະນີວົງ ນາຍບ້ານໆໜອງດ້ວງໃຕ້ ໄດ້ຂຶ້ນລາຍງານບົດສະຫງົບວ່າ:

ໃນ 5 ປີຕໍ່ໜ້າ ( 2018-2023 ) ອົງການປົກຄອງບ້ານຈະສືບຕໍ່ໃສ່ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບ ພາຍໃນບ້ານໃຫ້ຄ່ອຍໆໝົດໄປ ໂດຍສຸມໃສ່ແກ້ໄຂບັນດາເປົ້າໝາຍ ແລະ ກຸ່ມສ່ຽງທີ່ຈະກໍ່ຄວາມບໍ່ສະຫງົບພາຍໃນບ້ານ ໂດຍຖືເອົາການຈັດຕັ້ງປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ທົ່ວປວງຊົນຮອບດ້ານຂອງພັກຕິດພັນກັບບັນດາຄໍາສັ່ງຕ່າງໆຂອງຂັນເທິງ.

ທ່ານ ນາງ ຈັນທອນ ທອງມະນີວົງ ນາຍບ້ານໆໜອງດ້ວງໃຕ້

ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ລັກຊັບ, ປຸ້ນຈີ້ຊິງຊັບພົນລະເມືອງ, ກຸ່ມແກ້ງກວນເມືອງ, ນັກເລງອັນຕະພານອາລະວາດຕີກັນ ແລະ  ແກ້ໄຂສະຖານທີ່ຈຸດມົ້ວສຸມຕ່າງໆ; ນອກນີ້, ຍັງຈະສຸມໃສ່ຂຶ້ນບັນຊີ ຄຸ້ມຄອງເປົ້າໝາຍ, ຄຸ້ມຄອງສຳມະໂນຄົວ, ຄົນພັກເຊົາ, ຄົນເຂົ້າ-ອອກບ້ານ ແນໃສ່ເຮັດໃຫ້ປະກົດການຫຍໍ້ທໍ້ພາຍໃນບ້ານໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ກອງປະຊຸມສະຫຼຸບບການເຄື່ອນໄຫວວຽກງານຮອບດ້ານຂອງອົງການປົກຄອງບ້ານໜອງດ້ວງໃຕ້

ໃນ 3 ປີຜ່ານມາ, ອົງການປົກ ຄອງບ້ານ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍາລັງ ປກຊ-ປກສ ແລະ ສະມາຊິກຂອງບ້ານ ປະຕິບັດວຽກງານຢ່າງມີຜົນສໍາເລັດຫຼາຍດ້ານ ສະແດງອອກຄື:

ສາມາດເກັບກໍາພົນລະເມືອງຍ້າຍອອກໄດ້ທັງໝົດ 12 ຄົນ, ຍ້າຍເຂົ້າ 5 ຄົນ, ເກີດໃໝ່ 11 ຄົນ, ເກັບກໍາຄົນມາພັກເຊົາໄດ້ທັງໝົດ 264 ຄົນ, ແກ້ໄຂເປົ້າໝາຍ ແລະ ກຸ່ມສ່ຽງທີ່ຍັງຕົກຄ້າງໄດ້ 2 ຄົນ, ສຶກສາອົບຮົມເປົ້າໝາຍໄດ້ 2 ຄັ້ງ ມີ 6 ຄົນ, ສົ່ງດໍາເນີນຄະດີ 2 ຄົນ, ສົ່ງສູນດັດສ້າງ 2 ຄົນ; ນອກນີ້, ຍັງສາມາດແກ້ໄຂຈຸດມົ້ວສຸມຢາເສບຕິດໄດ້ 2 ຄັ້ງ ເປັນຄົນມາພັກເຊົາ ແລະ ສົ່ງໃຫ້ກອງຄະດີດໍາເນີນຕາມລະບຽບກົດໝາຍ.

ບັນດາແຂກຮັບເຊີນ, ພາກສ່ວນທີ່ກ່ຽວຂ້ອງ, ປະຊາຊົນພາຍໃນບ້ານທີ່ເຂົ້າຮ່ວມ

ໃນພິທີ, ຍັງໄດ້ມີການປ່ອນບັດຄັດເລືອກເອົານາຍບ້ານຜູ້ໃໝ່ ໂດຍມີຜູ້ລົງສະໝັກເລືອກຕັ້ງທັງໝົດ 3 ທ່ານ ເລືອກເອົາພຽງແຕ່ 1 ທ່ານ, ຜ່ານການເລືອກຕັ້ງປະກົດວ່າ ປະຊາຊົນພາຍໃນບ້ານເລືອກ ທ່ານ ນາງ ຈັນທອນ ທອງມະນີວົງ ເປັນນາຍບ້ານໆໜອງດ້ວງໃຕ້ ຕື່ມອີກ 1 ສະໄໝ. 

ການປ່ອນບັດຄັດເລືອກເອົານາຍບ້ານຜູ້ໃໝ່