ປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທິປາຖະກະຖາຫວນຄືນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ( 20 ມັງກອນ 1949- 20 ມັງກອນ 2019 ) ໃນວັນທີ 10 ມັງກອນ 2019, ປາຖະກະຖາ ໂດຍ ທ່ານ ບົວສີ ຈະເລີນສຸກ ອະດີດຮອງຫົວໜ້າຫ້ອງວ່າການສູນກາງພັກ ປະທານຄະນະຮັບຜິດຊອບຫໍພິພິຕະພັນໄກສອນພົມວິຫານ, ມີພະນັກງານອາວຸໂສບຳນານ, ພະນັກງານພາຍໃນປົກຄອງເມືອງ, ທະຫານ, ຕຳຫຼວດ, ອຳນາດການປົກຄອງ 48 ບ້ານ, ກອງຫຼອນອ້ອມຂ້າງເຂົ້າຮ່ວມຮັບຝັງ.

ທ່ານ ບົວສີ ຈະເລີນສຸກ ໃຫ້ຮູ້ໂດຍຫຍໍ້ວ່າ: ກອງທັັບປະຊາຊົນລາວ ແມ່ນເລີ່ມຈາກກອງກໍາ ລັງປະກອບອາວຸດຂອງປະຊາຊົນລາວບັນດາເຜົ່າທີ່ຕໍ່ສູ້ປົດປ່ອຍປະຊາຊົນ ອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຕ່າງຊາດ, ຕໍ່ສູ້ເພື່ອນໍາເອົາເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ແກ່ປະຊາຊົນ ພາຍໃຕ້ການຊີ້ນໍາຂອງພັກປະຊາຊົນ ປະຕິວັດລາວ; ເຊິ່ງເປັນຜູ້ກໍ່ຕັ້ງສຶກສາອົບຮົມ ແລະ ຝຶກ ຝົນຫຼ່ໍຫຼອມໃຫ້ເປັນນັກຮົບທີ່ມີ ທັດສະນະຫຼັກໝັ້ນ, ມີຄວາມຈົ່ງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະ ມີແບບແຜນລະ ບຽບຢ່າງເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ພ້ອມທັງຍອມເສຍສະຫຼະຊີວິດຂອງຕົນ ເພື່ອປ້ອງປັກຮັກສາປະເທດຊາດ ຈົນສາມາດປົດປ່ອຍປະ ເທດຊາດ ໃຫ້ເປັນປະເທດທີ່ມີເອກະລາດຢ່າງສົມບູນ, ເຊິ່ງສິ່ງເຫຼົ່ານີ້ມັນໄດ້ກາຍເປັນມູນເຊື້ອອັນສະຫງ່າມີກຽດຂອງກອງທັບ ແລະ ກໍາລັງປະກອບອາວຸດຂອງປະຊາຊົນລາວຕະຫຼອດມາ.

ເພື່ອເສີມຂະຫຍາຍມູນເຊື້ອກອງທັບປະຊາຊົນລາວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ດັ່ງນັ້ນ, ບັນດາຜູ້ເຂົ້າຮ່ວມ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ສຶກສາອົບຮົມເອົາມູນເຊື້ອ, ທາດແທ້ປະຕິວັດ ແລະ ຂອງກອງທັບປະຊາຊົນລາວ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ, ເຄື່ອນໄຫວຢູ່ ພາຍໃຕ້ການນໍາພາເດັດຂາດ ໂດຍກົງ ແລະ ຮອບດ້ານຂອງພັກ ແລະ ຕັ້ງໜ້າພັດທະນາຕົນເອງ ໃຫ້ກາຍເປັນພະນັກງານດີເດັ່ນ ເຮັດສຳເລັດໜ້າທີ່ການເມືອງໃນຕໍ່ໜ້າ ແລະ ຍາວນານ.