ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ,ທ່ານ ປອ ໂຈເຊັບ ເອັສຟີເຕີ ຮອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມລິກາ

ວັນທີ 17 ມັງກອນ 2019, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະລັດ ອາເມລິກາ ນໍາໂດຍ ທ່ານ ປອ ໂຈເຊັບ ເອັສຟີເຕີ ຮອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມລິກາ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ພົຕ ກົງທອງ ພົງວິຈິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ປອ ໂຈເຊັບ ເອັສຟີເຕີ ເຊິ່ງເປັນການປະກອບສ່ວນສໍາຄັນໃນການເພີ່ມທະວີ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມນັ້ນ ກໍໄດ້ປຶກສາຫາລືທິດທາງແຜນການຮ່ວມມືກັນໃນຕໍ່ໜ້າເຊັ່ນ: ເລື່ອງບັນຫາຢາເສບຕິດ, ຕ້ານການຄ້າມະນຸດ ແລະ ການຄ້າຂາຍສັດປ່າຜິດກົດໝາຍທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.

ໂອກາດນີ້, ທ່ານຮອງຜູ້ຊ່ວຍລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມລິກາ ໄດ້ສະແດງຄວາມຂອບໃຈມາຍັງທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ທີ່ໄດ້ສະລະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການເດີນທາງມາໃນຄັ້ງນີ້.