ເຜີຍແທ້ກົດໝາຍວ່າດ້ວຍ ການໃຊ້ວັກຊີນກັນພະຍາດ ໃຫ້ 5 ແຂວງພາກເໜືອ

0
1033

ກະຊວງສາທາລະນະສຸກຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍ ການໃຫ້ວັກຊີນກັນພະຍາດໃຫ້ 5 ແຂວງພາກເໜືອ ໃນວັນທີ 21 ມັງກອນ 2019 ຢູ່ທີ່ແຂວງຫຼວງພະບາງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ມີທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າ ແຂວງໆຫຼວງພະບາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ; ເຊິ່ງມາຈາກແຂວງຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງຜົ້ງສາລີ.

ເປັນປະທານຂອງທ່ານ ຮສ ດຣ ບຸນກອງ ສີຫາວົງ

ກົດໝາຍວ່າດ້ວຍ ການໃຫ້ວັກຊີນກັນພະຍາດປະກາດໃຊ້ຢ່າງເປັນທາງການ ໃນເດືອນສິງຫາ 2018 ມີທັງໝົດ 13 ພາກ 96 ມາດຕາ ໂດຍໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ການເຄື່ອນໄຫວວັກຊີນກັນພະຍາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງໃຫ້ທົ່ວ ເຖິງ.

ທ່ານ ປອ ດຣ ບຸນເພັງ ພິລາວົງ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບກ່າວວ່າ:

ເຜີຍແທ້ກົດໝາຍວ່າດ້ວຍ ການໃຊ້ວັກຊີນກັນພະຍາດ ໃຫ້ 5 ແຂວງພາກເໜືອ

ປັດຈຸບັນ ສປປ ລາວ ມີວັກຊີນກັນພະຍາດສໍາລັບເດັກທັງໝົດ 11 ຊະນິດ  ແລະ ຄາດວ່າຈະນຳເອົາວັກຊີນໃໝ່ມານໍາໃຊ້ອີກຈໍານວນ 2 ຊະນິດຄື: ວັກຊີນກັນພະຍາດມະເຮັງປາກມົດລູກ ແລະ ວັກຊີນປ້ອງກັນພະຍາດຖອກທ້ອງ.

ວັກຊີນກັນພະຍາດ ແມ່ນເຕັກໂນໂລຊີທາງຊີວະວິທະຍາປະເພດໜຶ່ງທີ່ມີປະສິດທິພາບໃນການປ້ອງກັນເດັກນ້ອຍບໍ່ໃຫ້ເຈັບໄຂ້ໄດ້ປ່ວຍ ດ້ວຍການກະຕຸ້ນໃຫ້ຮ່າງກາຍສ້າງພູມຄຸ້ມກັນອັນແຂງແກ່ນ ແລະ ຄົງທານ ” ການທີ່ເດັກໄດ້ຮັບວັກຊີນມັນ ແມ່ນສິດທິມະນຸດພື້ນຖານເພື່ອຄວາມຢູ່ລອດ, ການເຕີບໂຕພັດທະນາຮ່າງກາຍ ແລະ ມັນສະໝອງ ເພື່ອກາຍເປັນບຸກ ຄະລາກອນທີ່ມີຄຸນນະພາບຂອງປະເທດຊາດໃນອະນາຄົດ ”.

ການເຄື່ອນໄຫວວັກຊີນກັນພະຍາດ

ໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ສືບຕໍ່ຂະຫຍາຍ ແລະ ລົງເຄື່ອນໄຫວ, ຕິດຕາມການໃຫ້ວັກຊີນກັນພະຍາດໃນເຂດຫ່າງໄກສອກຫຼີກ ຫຼື ເຂດຊົນນະບົດ ເພື່ອເປັນການຫຼຸດຜ່ອນການເຈັບເປັນ, ການເສຍຊີວິດຂອງແມ່ຍິງ ແລະ ເດັກນ້ອຍ ໃນຂອບເຂດ ທົ່ວປະເທດ ພ້ອມທັງເຮັດໃຫ້ພົນລະເມືອງລາວທຸກຄົນມີສຸຂະພາບດີ, ບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາທີ່ຍືນຍົງ; ນໍາເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020 ອີກດ້ວຍ.