ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ໄດ້ພົບປະໂອ້ລົມພະນັກງານປະຕິວັດອາວຸໂສບໍານານ, ນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດຂອງແຂວງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ເພື່ອສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອມາຍັງບັນດາທ່ານທີ່ໄດ້ອຸທິດຕົນຍອມເສຍສະລະທຸກສິ່ງທຸກຢ່າງເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດ.

ການໂອ້ລົມຄັ້ງນີ້ມີຂຶ້ນໃນວັນທີ 18 ມັງກອນ 2019 ທີ່ສະໂມສອນກອງບັນຊາການທະຫານແຂວງໄຊຍະບູລີ ທ່ານ ພົງສະຫວັນ ສິດທະວົງ ໄດ້ເລົ່າຄືນມູນເຊື້ອຂອງກອງທັບປະຊາຊົນ ປະຕິວັດລາວ ພ້ອມທັງຍົກໃຫ້ເຫັນບັນດາເຫດການອັນພົ້ນເດັ່ນທີ່ເກີດຂຶ້ນຢູ່ແຂວງໄຊຍະບູລີ ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ແຂວງໄຊຍະບູລີ ຍັງມີເຫດການຕໍ່ສູ້ຕ້ານການບຽດຢຶດຊາຍແດນຂອງພວກປະຕິການຂວາຈັດໄທ ປີ 1984 ຢູ່ 3 ບ້ານຂອງເມືອງ ທົ່ງມີໄຊ, ປີ 1987-1988 ຢູ່ບໍລິເວນຕາແສງນາບໍ່ນ້ອຍ ເມືອງບໍ່ແຕນ ແລະ ເຫດການປະທະກັນກັບພວກກອງປຸ້ນຢູ່ເຂດປົ່ງກູດ, ປົ່ງນາ ເມືອງພຽງ. ໂດຍກໍາລັງປະຕິວັດຂອງແຂວງໄດ້ເດັດດ່ຽວຕີເອົາຊະນະພວກສັດຕູ; ສາມາດປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຕົນໄວ້ໄດ້ຢ່າງໝັ້ນຄົງ.

ມາຮອດປັດຈຸບັນ, ກໍາລັງປະກອບອາວຸດຢູ່ແຂວງໄຊຍະບູລີ ບໍ່ວ່າກໍາລັງຫຼວງ ກໍຄືກໍາລັງທ້ອງຖິ່ນ ຕະຫຼອດຮອດກໍາລັງ ປກສ, ກອງຫຼອນ ລ້ວນແຕ່ໄດ້ຮັບການປັບປຸງບໍາລຸງກໍ່ສ້າງເຕີບໃຫຍ່ເຂັ້ມແຂງທາງດ້ານຈໍານວນ ແລະ ຄຸນນະພາບ, ການປະກອບອາວຸດຍຸດໂທ ປະ ກອນນັບມື້ນັບທັນສະໄໝ ສາມາດປົກປັກຮັກສາເຂດນໍ້າແດນດິນຂອງແຂວງໄຊຍະບູລີໄວ້ ໄດ້ຢ່າງໝັ້ນຄົງ ພ້ອມທັງເປັນເສົາຄໍ້າໃຫ້ແກ່ການພັດທະນາ ແຂວງໄຊຍະບູລີ ກ້າວຂຶ້ນຢ່າງໜັກແໜ້ນ.