ນາຍົກ ຕອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ແຫ່ງ ສປ ຈີນ

0
1118

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລູ ຊູ ຊານ ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວແຫ່ງ ສປ ຈີນ ໃນວັນທີ 25 ມັງກອນ 2019 ເນື່ອງໃນໂອກາດທີ່ທ່ານ ພ້ອມຄະນະ ເດີນທາງມາເປີດປີທ່ອງທ່ຽວ ລາວ-ຈີນ ໃນຕອນຄໍ່າຂອງວັນດຽວກັນ.

ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ກໍຄື:

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລູ ຊູ ຊານ

ການເປີດປີທ່ອງທ່ຽວ ລາວ-ຈີນ 2019; ເຊິ່ງເປັນການໂຄສະນາແຫຼ່ງທ່ອງທ່ຽວທາງທໍາມະຊາດ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງສອງຊາດ ລາວ-ຈີນ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຮັບຮູ້ ແລະ ເປັນການດຶງດູດເອົານັກທ່ອງທ່ຽວເຂົ້າມາພາຍໃນປະເທດ ໃຫ້ຫຼາຍຂຶ້ນ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ລູ ຊູ ຊານ ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວແຫ່ງ ສປ ຈີນ ທັງສອງຝ່າຍ

ທ່ານ ລູ ຊູ ຊານ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານນາຍົກລັດຖະມົນຕີ ພ້ອມຄະນະທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງຈຸດປະສົງໃນການເດີນທາງມາຢ້ຽນຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ກໍເພື່ອເຂົ້າຮ່ວມເປີດປີທ່ອງທ່ຽວ ລາວ-ຈີນ 2019 ເຊິ່ງໃນພິທີດັ່ງກ່າວ ແມ່ນຈະໄດ້ຮັບຊົມການສາຍວິດີໂອ ໂຄສະນາການທ່ອງທ່ຽວ ລາວ-ຈີນ; ພ້ອມນີ້ ກໍເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ລາວ-ຈີນ ໃຫ້ມີຄວາມຈະເລີນງອກງາມຍິ່ງໆຂຶ້ນ.