ບໍລິສັດ ໂຕໂຢຕ້າ ຈັບສະຫຼາກລາງວັນ ລຸ້ນຮັບໂຊກຊັ້ນທີ 1

0
1195

ໃນວັນທີ 25 ມັງກອນ 2019 ທີ່ສໍານັກງານ ບໍລິສັດ ໂຕໂຢຕ້າ ລາວ ຈໍາກັດ ໄດ້ຈັດພິທີຈັບສະຫຼາກລາງວັນ ລຸ້ນຮັບໂຊກຊັ້ນທີ 1 ໃຫ້ກຽດຂຶ້ນຈັບສະຫຼາກລາງວັນໂດຍ ທ່ານ ຄໍາສຸກ ໂກມຸດຕະພົງ ຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດ, ມີຕົວແທນຜູ້ຈໍາໜ່າຍໂຕໂຢຕ້າຢ່າງເປັນທາງການ ພ້ອມດ້ວຍສື່ມ່ວນຊົນ ເຂົ້າຮ່ວມ.

ພິທີຈັບສະຫຼາກລາງວັນ ລຸ້ນຮັບໂຊກຊັ້ນທີ 1

ການຈັບສະຫຼາກລາງວັນ ລຸ້ນຮັບໂຊກຊັ້ນທີ 1 ໃນຄັ້ງນີ້ ແມ່ນສໍາລັບລູກຄ້າທີ່ຊື້ລົດ ພຣາໂດ ໃນວັນທີ 15 ພະຈິກ-31 ທັນວາ 2018 ເພື່ອເປັນການຕອບແທນລູກຄ້າທີ່ມາຮ່ວມເປັນສ່ວນໜຶ່ງຂອງຄອບຄົວໂຕໂຢຕ້າ ແລະ ໃຫ້ຄວາມໄວ້ວາງໃຈ ໂຕໂຢຕ້າ ຕະຫຼອດມາ; ສໍາລັບລາງວັນໂຊກຊັ້ນທີ 1 ຜູ້ໂຊກດີຈະໄດ້ໄປທ່ອງທ່ຽວ ຮັອກໄກໂດ ປະເທດຍີ່ປຸ່ນ 5 ມື້ 3 ຄືນ ໃນວັນທີ 18 ມີນາ-22 ມີນາ 2019 ລວມມູນຄ່າຫຼາຍກວ່າ 3 ຮ້ອຍລ້ານກີບ.

ບໍລິສັດ ໂຕໂຢຕ້າ ລາວ ຈໍາກັດ

ລູກຄ້າຜູ້ໂຊກດີໃນຄັ້ງນີ້ມີ 10 ທ່ານ ຄື:

  1. ທ່ານ ຈັນທະສອນ ພັນດານຸວົງ ບ້ານຈອມມະນີ
  2. ທ່ານ ນູ່ຊົງ ບ້ານນໍ້າຮ້ອນ
  3. ທ່ານ ວິໄລ ໄຊທອງປານ ບ້ານປາກແຈ້ງ
  4. ທ່ານ ໂອອາລຽງ ບ້ານຂ້າມງອນ
  5. ທ່ານ ນາງ ແສງມະນີ ໄຊຍະແສງ ບ້ານດົງນາໂຊກ
  6. ທ່ານ ນາງ ພູເງິນ ຈະເລີນຜົນ ບ້ານວັດຫຼວງ
  7. ທ່ານ ບຸນຮຽງ ບ້ານຫ້ອຍຢາງຄໍາ
  8. ທ່ານ ນາງ ຈັນໂສມ ສີຫາລັກ ບ້ານບໍ
  9. ທ່ານ ບຸນສີ ທະນູສິງ ບ້ານໂນນແກ້ວ
  10. ທ່ານ ສາຍສະຫວັນ ພວນລືໄຊ ນະຄອນຫຼວງວຽງຈັນ
ຕິດຕາມຂໍ້ມູນຂ່າວສານເພີ່ມຕື່ມໄດ້ທີ່ Facebook page Toyota Laos ແລະ www.toyota.com.la

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ທາງບໍລິສັດຍັງຈະມີພິທີຈັບສະຫຼາກລາງວັນ ລຸ້ນຮັບໂຊກຊັ້ນທີ 2 ແລະ ລຸ້ນຮັບໂຊກຊັ້ນທີ 3 ອີກ ໂດຍຕິດຕາມຂໍ້ມູນຂ່າວສານເພີ່ມຕື່ມໄດ້ທີ່ Facebook page Toyota Laos ແລະ www.toyota.com.la.