ເປັນປະທານຂອງ ທ່ານ ເພັດແກ້ວ ເຮືອງປັນຍາ ປະທານສະພາປະຊາຊົນແຂວງ, ມີ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆອັດຕະປື

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ 1 ໄຂຂຶ້ນໃນຕອນເຊົ້າຂອງວັນທີ 21 ມັງກອນທີ່ຜ່ານມາໂດຍການເປັນປະທານຂອງ ທ່ານ ເພັດແກ້ວ ເຮືອງປັນຍາ ປະທານສະພາປະຊາຊົນແຂວງ, ມີ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆອັດຕະປື, ມີບັນດາຮອງປະທານສະພາແຂວງ, ຮອງປະທານກຳມະທິການ, ສະມາຊິກສະພາເຂດເລືອກຕັ້ງ, ການນຳແຂວງ, ເຈົ້າ ເມືອງ 5 ຕົວເມືອງ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ສະພາປະຊາຊົນແຂວງອັດຕະປື

ທ່ານ ເພັດແກ້ວ ເຮືອງປັນຍາ  ໄດ້ກ່າວວ່າ: ກອງປະຊຸມຊຸດນີ້ຈະໄດ້ມີການລາຍງານກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກາງສະໄໝ (2016-2018), ວຽກງານປີ 2018, ແຜນວຽກຈຸດສຸມປີ 2019 ແລະ ທິດທາງປີ 2020 ຂອງອົງການໄອຍະການປະຊາຊົນແຂວງ ແລະ ຂອງສານປະຊາຊົນແຂວງ; ລາຍງານກ່ຽວ ກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດກາງສະໄໝປະຈຳປີ 2018 ແລະ ທິດທາງແຜນການວຽກງານຈຸດສຸມປີ 2019.

ບັນດາຜູ້ເຂົ້າຮ່ອມກອງປະຊຸມ

ນອກນີ້, ຍັງໄດ້ຜ່ານບົດລາຍງານຂອງອົງການກວດສອບແຫ່ງ ລັດປະຈຳພາກໃຕ້ກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2018 ແລະ ທິດທາງແຜນການ ໃນປີ 2019, ລາຍງານຜົນການກວດສອບບົດສະຫຼຸບຂາດຕົວຂອງການຈັດຕັ້ງປະຕິບັດງົບປະມານ ປະຈຳ ປີ 2017 ຂອງແຂວງ. ຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການລາຍງານຂອງພະແນກກວດກາລັດ ກ່ຽວກັບການຕິດຕາມ ແລະ ແກ້ໄຂຜົນການກວດສອບສົກປີ 2015 – 2016 ແລະ ບົດລາຍງານຂອງພະແນກການອື່ນໆຕື່ມອີກ. ກອງ ປະຊຸມດັ່ງກ່າວແມ່ນຈະໄດ້ດຳເນີນໄປເປັນເວລາ 5 ວັນ ຈຶ່ງຈະສຳເລັດ.