ສຳເລັດຝຶກອົບຮົມ ວິຊາສະເພາະໄລຍະສັ້ນວຽກງານປ້ອງກັນສູນກາງ

0
1209
ພັອ ຄໍາເກື່ອງ ຜິວວັນນາ

ກອງຮ້ອຍ 10 ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ສໍາເລັດການຝຶກອົບຮົມ ວິຊາສະເພາະໄລຍະສັ້ນ ວຽກງານກວດກາທາດເບື່ອ ແລະ ທາດແຕກ ໃນວັນທີ 24 ມັງກອນ 2019, ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນໂດຍ ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະຫ້ອງ, ກອງຮ້ອຍ, ຄູຝຶກ ແລະ ນັກສໍາມະນາກອນເຂົ້າຮ່ວມ.

ພັທ ດວງຊີວາ ບຸນທະມິດ ຫົວໜ້າກອງຮ້ອຍ 10 ກ່າວວ່າ:

ຄະນະຫ້ອງ, ກອງຮ້ອຍ, ຄູຝຶກ ແລະ ນັກສໍາມະນາກອນເຂົ້າຮ່ວມ

ການຝຶກອົບຮົມວິຊາສະເພາະໄລຍະສັ້ນວຽກງານກວດກາທາດເບື່ອ ແລະ ທາດແຕກ ຄັ້ງນີ້ແມ່ນໄດ້ດໍາເນີນມາແຕ່ວັນທີ 24 ທັນວາ 2018-24 ມັງກອນ 2019 ໂດຍມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 60 ສະຫາຍ ຍິງ 6 ສະຫາຍ; ໃນນີ້ ນັກສໍາມະນາກອນທຸກສະຫາຍ ແມ່ນໄດ້ເອົາໃຈໃສ່ຕໍ່ລະບຽບວິໄນຂອງການຝຶກອົບຮົມ; ໂດຍສະເພາະການຂຶ້ນຫ້ອງ-ລົງຫ້ອງ ຫຼື ລົງສະໜາມຕົວຈິງແມ່ນປະຕິບັດໄດ້ດີ, ທຸກສະຫາຍໄດ້ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ຝຶກແອບ, ມີແນວຄິດບຸກບືນຫ້າວຫັນ, ອົດທົນ ແລະ ເຮັດສໍາເລັດໜ້າທີ່ຕາມຄາດໝາຍທີ່ວາງໄວ້.

ພັອ ຄໍາເກື່ອງ ຜິວວັນນາ ມອບໃບຢັ້ງຢືນຝຶກອົບຮົມໄລຍະສັ້ນ

ໃນການຝຶກອົບຮົມດັ່ງກ່າວ ນັກສໍາມະນາກອນໄດ້ຮຽນຮູ້ກ່ຽວກັບວຽກງານກວດກາທາດເບື່ອ ເຊັ່ນ: ທິດສະດີການປ້ອງກັນສະບຽງອາຫານ, ບັນດາທາດເບື່ອ ແລະ ກໍລະນີມີການເບື່ອເມົາ, ການເກັບແບບຢ່າງອາຫານມາວິໄຈ, ການກວດກາດ້ວຍຄວາມຮູ້ສຶກ, ກວດກາວິໄຈຊອກທາດເບື່ອປະເພດຕ່າງໆ, ບົດຮຽນກ່ຽວກັບຄວາມປອດໄພທາງດ້ານເຄມີ; ວຽກງານກວດກາທາດແຕກ ແມ່ນໄດ້ຮຽນຮູ້ກ່ຽວກັບຄວາມຮູ້ທົ່ວໄປກ່ຽວກັບລະເບີດ, ຮູບຮ່າງການປະກອບສ້າງ ແລະ ຈຸດພິເສດຂອງລະເບີດຊະນິດຕ່າງໆ ແລະ ວິທີການນໍາໃຊ້ເຄື່ອງກວດກາລະເບີດຊະນິດຕ່າງໆ.

ພັອ ຄໍາເກື່ອງ ຜິວວັນນາ  ໄດ້ເນັ້ນໃຫ້ນັກສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມຄັ້ງນີ້ ຈົ່ງພ້ອມກັນນໍາເອົາເນື້ອຈິດໃຈຂອງການຝຶກອົບຮົມ ໄປຈັດຕັ້ງຜັນຂະຫຍາຍໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງໃຫ້ເກີດດອກອອກຜົນສູງສຸດ, ພ້ອມກັນປະຕິບັດລະບຽບວິໄນຂອງກໍາລັງປ້ອງກັນສູນກາງໃຫ້ເຂັ້ມງວດ ແລະ ຮັບປະກັນ ການປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ມີຜົນສຳເລັດ.