ກອງປະຊຸມຖອດຖອນບົດຮຽນບັ້ນທົດລອງດໍາເນີນຊີວິດການເມືອງປັບປຸງປົວແປງພັກ

ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຖອດຖອນບົດຮຽນບັ້ນທົດລອງດໍາເນີນຊີວິດການເມືອງປັບປຸງປົວແປງພັກ ຕິດພັນກັບການດໍາເນີນກອງປະຊຸມໃຫຍ່ ໜ່ວຍພັກຮາກຖານ ບ້ານສີເມືອງ, ເປັນປະທານໂດຍ ສະຫາຍ ຄໍາສິງ ສໍລະສຸກ ກໍາມະການປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໄຊຍະບູລີ, ມີ ສະຫາຍ ບຸນແທນ ທິແກ້ວ ກໍາມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນວັນທີ 14 ມັງກອນ, ສະຫາຍ ນາງ ພິລາວັນ ອົງແກ້ວ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງ ກ່າວວ່າ:

ການຈັດຕັ້ງປະຕິບັດໃນໄລຍະເຮັດທົດລອງ ຢູ່ບ້ານສີເມືອງ ມີຜູ້ເຂົ້າຮ່ວມທັງໝົດ 512 ສະຫາຍ, ຍິງ 353 ສະຫາຍ, ເປັນພະນັກງານຂັ້ນແຂວງ 14 ສະຫາຍ, ຂັ້ນເມືອງ 137 ສະຫາຍ ແລະ ປະຊາຊົນ 361 ສະຫາຍ, ຍິງ 290 ສະຫາຍ.

ໃນນັ້ນ, ສາມາດສະຫຼຸບຕີລາຄາຜົນໄດ້ຮັບໄດ້ຄື: ການຈັດຕັ້ງເຊື່ອມຊຶມບັນດາເອກະສານ, ມະຕິ, ຄໍາສັ່ງ, ດໍາລັດ ແລະ ຄໍາແນະນໍາຕ່າງໆ. ເຫັນວ່າ ບັນດາຄະນະພັກ ມີຄວາມຮັບຮູ້-ເຂົ້າໃຈ, ມີຄວາມເປັນເອກະພາບທາງດ້ານທັດສະນະ ແລະ ການກະທໍາ ເປັນຕົ້ນແມ່ນ ສາມາດກໍາໄດ້ຈຸດປະສົງ ແລະ ລະດັບຄາດໝາຍຂອງບັນດານິຕິກໍາຕ່າງໆ.

ຈາກນັ້ນ, ຜູ້ເຂົ້າຮ່ວມໃນກອງປະຊຸມ ຍັງໄດ້ພ້ອມປະກອບຄໍາຄິດ-ຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ວິທີປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ການດໍາເນີນຊີວິດການເມືອງປັບປຸງປົວແປງພັກ ຕິດພັນກັບ ການດໍານີນກອງປະຊຸມໃຫຍ່ໜ່ວຍພັກຮາກຖານບ້ານ, ໄດ້ຮັບການປັບປຸງແກ້ໄຂດີຂຶ້ນ. ພ້ອມນັ້ນ, ຍັງໄດ້ຜ່ານມະຕິຕົງລົງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກ ຕິດພັນກັບ ການດໍາເນີນກອງປະຊຸມໃຫຍ່ໜ່ວຍພັກຮາກຖານບ້ານ ໃນທົ່ວເມືອງໄຊຍະບູລີ ຕື່ມອີກ.