ອົງການຈັດຕັ້ງຊາວໜຸ່ມ ແຂວງໄຊຍະບູລີ - ກອງພັນ 609 ທະຫານແຂວງໄຊຍະບູລີ

ອົງການຈັດຕັ້ງຊາວໜຸ່ມ ແຂວງໄຊຍະບູລີ ໄດ້ນຳເອົາຄອມພີວເຕີ ຈຳນວນ 1 ຊຸດ, ອຸປະກອນກິລາ, ເຄື່ອງໃຊ້ເຮືອນຄົວ ລວມມູນຄ່າ 5.600.000 ກີບ ມອບໃຫ້ ກອງພັນ 609 ທະຫານແຂວງໄຊຍະບູລີ ໃນວັນທີ 17 ມັງກອນ 2019 ນີ້, ຕາງໜ້າກ່າວມອບໂດຍ ທ່ານ ສຸລິສັກ ຄຳອ່ອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມຄະນະ ແລະ ກ່າວຮັບໂດຍ ພັຕ ຈັນທອງ ຈັນຟອງ ຫົວໜ້າການທະຫານ ກອງພັນ 609, ເຊິ່ງມີ ພັນໂທ ຈັນວຽງ ສິມມະບານ ຮອງຫົວໜ້າຫ້ອງການເມືອງ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. 

ໂອກາດນີ້, ພັຕ ຈັນທອງ ຈັນຟອງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ພາຍໃນກົມກອງ ສະແດງຄວາມຂອບໃຈມາຍັງ ອົງການຈັດຕັ້ງຊາວໜຸ່ມ ແຂວງໄຊຍະບູລີ ທີ່ໃຫ້ຄວາມເປັນຫ່ວງເປັນໃຍຕໍ່ກັບ ກຳລັງປະກອບອາວຸດທ້ອງຖິ່ນ ໂດຍສະເພາະກໍຄື ກອງພັນ 609 ເຊິ່ງເປັນກົມກອງໜຶ່ງທີ່ຍັງຂາດເຂີນອຸປະກອນເຕັກນິກ ຮັບໃຊ້ວຽກງານວິຊາສະເພາະທີ່ຈໍາເປັນ ພ້ອມທັງຈະນໍາເຄື່ອງດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຂອງກົມກອງ ໃຫ້ເກີດຜົນປະໂຫຍດສູງ.