ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ມັງກອນ ນີ້ວ່າ: ສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ International Air Transport Association  (IATA) ຕະຫຼາດການບິນຂອງຈີນ ຈະມີປະລິມານຜູ້ໂດຍສານຫຼາຍເຖິງ 1.6 ພັນລ້ານຄົນ ພາຍໃນປີ 2037.

ທ່ານ ອາເລັກຊານເດີ ເດີຈູນຽດ ຜູ້ອຳນວຍການ ແລະ ປະທານຄະນະເຈົ້າໜ້າທີ່ບໍລິຫານຂອງ IATA ກ່າວວ່າ: ປັດຈຸບັນ, ຈີນ ເປັນຕະຫຼາດອຸດສາຫະກຳການບິນທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງໂລກ ແລະ IATA ຄາດຄະເນວ່າ ຈີນ ຈະສາມາດຂຶ້ນອັນດັບຕະຫຼາດການບິນໃຫຍ່ທີ່ສຸດໃນໂລກພາຍໃນປີ 2024-2025.

ຈີນ ກຳລັງກາຍເປັນປະເທດທີ່ທັນສະໄໝດ້ານອຸດສາຫະກຳການບິນຂອງໂລກ ແລະ ເຈົ້າໜ້າທີ່ການບິນຂອງຈີນ ຈະເປັນກຳລັງສຳຄັນໃນການເພີ່ມຄວາມເຂັ້ມແຂງໃຫ້ກັບອຸດສາຫະກຳການບິນລະດັບໂລກ ໂດຍທ່ານ ອາເລັກຊານເດີ ເດີຈູນຽດ ໄດ້ໃຫ້ສຳພາບກັບສື່ມວນຊົນຂອງຈີນ ໃນລະຫວ່າງການເດີນທາງໄປຢ້ຽມຢາມຈີນ ຢ່າງເປັນທາງການ ໂດຍທ່ານ ກ່າວວ່າ ຕະຫຼາດການບິນທົ່ວໂລກ ເລີ່ມປັບຕົວປ່ຽນແປງທິດທາງເຂົ້າສູ່ຕະຫຼາດອາຊີ ຢ່າງເຫັນໄດ້ຊັດເຈນ ໂດຍມີຈີນ ເປັນແຮງຊຸກຍູ້ທີ່ສຳຄັນ ແລະ IATA ເລີ່ມຫັນມາຂະຫຍາຍຕະຫຼາດຢ່າງກວ້າງຂວາງ. ໃນນີ້, ມີສະມາຊິກຊາວຈີນ ຫຼາຍທີ່ສຸດໃນ IATA.

ແນວໃດກໍຕາມ, ອຸດສາຫະກຳການບິນຂອງຈີນ ສາມາດຮັບຮອງຜູ້ໂດຍສານໄດ້ 610 ລ້ານຄົນ ໃນປີ 2018, ເຊິ່ງເພີ່ມຂຶ້ນ 11,4% ເມື່ອທຽບເປັນລາຍປີ.