ຮອງ ລມຕ ຊີ້ນໍາໃຫ້ເອົາໃຈໃສ່ຈົດທະບຽນສຳມະໂມຄົວປະຊາຊົນໃຫ້ສຳເລັດ

0
880

ພົຕ ກອງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະນໍາ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຊີ້ນໍາ-ນໍາພາພະນັກງານເອົາໃຈໃສ່ຈົດທະບຽນສໍາມະໂນຄົວ ແລະ ອອກບັດປະ ຈໍາຕົວ ໃຫ້ປະຊາຊົນທົ່ວປະເທດສໍາເລັດໂດຍໄວ້ ເພື່ອເຮັດໃຫ້ປະຊາຊົນມີຄວາມສະດວກໃນການເຄື່ອນໄຫວໄປມາ, ແລ່ນເອກະສານຕ່າງໆຢ່າງຖືກຕ້ອງ. ການຊີ້ນໍາຄັ້ງນີ້, ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມປິດກອງປະຊຸມສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019, ໃນວັນທີ 25 ມັງກອນ 2019.

ພົຕ ກອງທອງ ພົງວິຈິດ

ທ່ານໄດ້ກ່າວ່າ:

ຄະນະພັກ-ຄະນະນໍາກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານຕ້ອງເປັນຫຼັກໃນການຊີ້ນໍາ-ນໍາພາພະນັກງານລົງກໍ່ສ້າງຮາກຖານຢູ່ບັນດາແຂວງ, ນະຄອນຫຼວງ ແລະ ເຂດຫ່າງໃກ້ສອກຫຼີກ ເພື່ອສຶກສາອົບຮົມການເມືອງ-ແນວຄິດ, ປຸກລະດົມຂົນຂວາຍພໍ່-ແມ່ປະຊາຊົນ ໃຫ້ເຂົ້າໃຈຕໍ່ວຽກງານຂຶ້ນສໍາມະໂນຄົວ ແລະ ເຮັດບັດປະຈໍາຕົວຢ່າງຈະແຈ້ງພ້ອມທັງເອົາໃຈໃສ່ຈົດທະບຽນສໍາມະໂນຄົວ ແລະ ເຮັດບັດປະຈໍາຕົວໃຫ້ເຂົາເຈົ້າສໍາເລັດໂດຍໄວ້, ທັງນີ້ກໍເພື່ອ ແນ່ໃສ່ໃຫ້ເຂົ້າເຈົ້າມີຄວາມສະດວກໃນການເຄື່ອນໄຫວໄປມາ, ແລ່ນເອກະສານຕ່າງໆສະດວກວ່ອງໄວ ແລະ ຖຶກຕ້ອງຕາມລະບຽບກົດໝາຍ.

ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ

ປີ 2018 ຜ່ານມາ, ໄດ້ຈົດທະບຽນສໍາມະໂນຄົວໃນຂອບເຂດທົ່ວປະເທດ ຈໍານວນ 1.263.396 ຄອບຄົວ, ມີ 6.574.596 ຄົນ ຍິງ 3.508.823 ຄົນ, ອອກບັດປະຈໍາຕົວໄດ້ 63.120 ບັດ ຍິງ 35.096 ບັດ.ໃນນັ້ນ, ສະເພາະແຂວງໄຊສົມບູນ ໄດ້ຈົດທະບຽນສໍາມະໂນຄົວ 3.729 ຄອບຄົວ, ມີ 17.206 ຄົນ ຍິງ 9.822 ຄົນ, ອອກບັດປະຈໍາຕົວໄດ້ 3.964 ບັດ.