ພິທີເຊັນສັນຍາມອບ-ຮັບໂຄງການ

ກອງບັນຊາການ ປກສ ແຂວງວຽງຈັນ ມອບ-ຮັບໂຄງການກໍ່ສ້າງຫ້ອງກັກຂັງຍິງຊົ່ວຄາວ ເຂົ້າຮ່ວມໂດຍ ພັອ ປອ ທອງເຄນ ບຸນໜັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີບັນດາຫ້ອງ, ຄ້າຍຂຸມຂັງ, ຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້່າຮ່ວມ ໃນວັນທີ 22 ມັງກອນ ຜ່ານມານີ້.

ທ່ານ ນຸຍ ຈິດຕະລາດ ປະທານບໍລິສັດ ຈິດຕະລາດກໍ່ສ້າງ ຈຳກັດຜູ້ດຽວ ໄດ້ລາຍງານຜົນສຳເລັດ ໃນການກໍ່ສ້າງໂຄງການດັ່ງກ່າວ ໂດຍອີງຕາມສັນຍາຮັບເໝົາໂຄງການກໍ່ສ້າງຫ້ອງກັກຂັງຍິງຊົ່ວຄາວ ປກສ ແຂວງວຽງຈັນ ສະບັບເລກທີ 9535 /ປສ,ຂຈ ລົງວັນທີ 22 ພະຈິກ 2018, ອີງຕາມບົດບັນທຶກການກວດກາໂຄງການກໍ່ສ້າງຫ້ອງກັກຂັງຍິງຊົ່ວຄາວ ສຳເລັດ 100% ໂຄງການກໍ່ສ້າງຫ້ອງກັກຂັງຍິງຊົ່ວຄາວ ປກສ ແຂວງວຽງຈັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 20 ພະຈິກ 2018; ອາຄານທີ່ໄດ້ກໍ່ສ້າງ ແມ່ນເປັນອາຄານຊັ້ນດຽວ ຂະໜາດ 8×12 ແມັດ ປະກອບມີ 3 ຫ້ອງກັກຂັງ ແຕ່ລະຫ້ອງມີຂະໜາດ 4×6 ແມັດ, ໂຄງສ້າງຂອງອາຄານເບຕົ່ງເສີມເຫຼັກຕາມມາດຕະຖານທີ່ກຳນົດໄວ້, ໂດຍແມ່ນ ບໍລິສັດ ຈິດຕະລາດກໍ່ສ້າງ ຈຳກັດຜູ້ດຽວ ຮັບເໝົາກໍ່ສ້າງ ລວມມູນຄ່າການກໍ່ສ້າງທັງໝົດ 381.899.000 ກີບ ເປັນທຶນຂອງລັດ.

ໂອກາດດຽວກັນນີ້, ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາສະຫາຍຄະນະຮັບຜິດຊອບ ແລະ ເຈົ້າຂອງໂຄງການກໍ່ສ້າງທີ່ໄດ້ພ້ອມກັນເອົາໃຈໃສ່ປະຕິບັດໂຄງການຈົນສຳເລັດ ແລະ ທັນກັບເວລາ ເພື່ອຮັບຮອງໃນການແກ້ໄຂປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນສັງຄົມ ພ້ອມທັງມອບໃຫ້ພາກສ່ວນກ່ຽວຂ້ອງຄຸ້ມຄອງນຳໃຊ້ໃຫ້ຖືກເປົ້າໝາຍ ແລະ ປົກປັກຮັກສາໃຫ້ເກີດປະໂຫຍດສູງສຸດ.