ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ​ແລະ ອົງການ​ກວດກາ​ລັດຖະບານ, ຫົວໜ້າ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງຂັ້ນສູນ​ກາງ ໄດ້ໃຫ້ທິດຊີ້ນໍາຂະແໜງການກວດກາແຕ່ລະຂັ້ນໃນຂອບເຂດທົ່ວປະເທດ ຕ້ອງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານກວດກາແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອເຮັດບົດບາດການເປັນເສນາທິການໃຫ້ແກ່ຄະນະພັກ ແລະ ອົງການປົກຄອງຂັ້ນຕົ້ນຮັບຜິດຊອບໃຫ້ມີຜົນສໍາເລັດ.

        ການໃຫ້ທິດຊີ້ນໍາດັ່ງກ່າວມີຂຶ້ນໃນມື້ປິດກອງປະຊຸມວຽກງານ​ກວດກາ​ທົ່ວ​ປະ​ເທດ ປະ​ຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ໃນວັນທີ 30 ມັງກອນຜ່ານມາ, ໂດຍມີ​ບັນດາ​ເລຂາ-ຮອງ​ເລຂາ, ຄະນະ​ປະ​ຈໍາ​ພັກ, ຮອງ​ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ​ແລະ ອົງການ​ກວດກາ​ລັດຖະບານ; ປະທານ​-ຮອງ​ປະທານ​ຄະນະ​ກວດກາ​ພັກ-ອົງການ​ກວດກາລັດ ທີ່​ມາ​ຈາກ​ບັນດາ​ກະຊວງ-ອົງການ,​ ນະຄອນຫຼວງ, ບັນດາ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ ​ແລະ ແຂກ​ຮັບ​ເຊີນເຂົ້າຮ່ວມ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ແຕ່ລະຂະແໜງການກວດກາ ຕ້ອງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານກວດກາແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອເຮັດບົດບາດການເປັນເສນາທິການໃຫ້ແກ່ຄະນະພັກ ແລະ ອົງການປົກຄອງຂັ້ນຂອງຕົນ, ໃຫ້ເບິ່ງຄືນລະບົບການຈັດຕັ້ງຂອງຂະແໜງການກວດກາຢູ່ຫົວໜ່ວຍຕ່າງໆ ແລະ ເອົາໃຈໃສ່ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກວດກາ, ຂະແໜງການກວດກາໃຫ້ຈະແຈ້ງ, ຮັດກຸມຖືກຕ້ອງຕາມລະບຽບຂອງພັກ, ກົດໝາຍຂອງລັດ ແລະ ບົດແນະນໍາຂອງຄະນະກວດກາສູນກາງພັກ; ປະກອບພະນັກງານໃຫ້ພຽງພໍກັບໜ້າທີ່ວຽກງານທີ່ຈໍາເປັນ ພ້ອມທັງຈັດຕັ້ງບໍາລຸງສ້າງເຂົາເຈົ້າໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ບໍາລຸງສ້າງໃນຂະບວນວຽກງານຕົວຈິງ ເພື່ອເຮັດບົດບາດເສນາທິການໃຫ້ແກ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນໃຫ້ໄດ້ຮັບຜົນສໍາເລັດ.

ບັນຫາສໍາຄັນ ຜູ້ທີ່ເຮັດວຽກງານກວດກາ ຕ້ອງກໍາແໜ້ນມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ຕ້ອງເປັນຜູ້ມີທັດສະນະ ແລະ ມີຈັນຍາບັນທີ່ຖືກຕ້ອງ, ເບິ່ງ ແລະ ພິຈາລະນາບັນຫາຢ່າງຮອບຄອບ, ເລິກເຊິ່ງ, ພາວະວິໄສ ແລະ ເປັນຜູ້ກ້າຫານ, ເຂັ້ມແຂງໜັກແໜ້ນ, ຍຶດໝັ້ນຕາມລະບຽບກົດໝາຍ, ມີການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດ ແລະ ມີຄວາມຮູ້-ຄວາມສາມາດ ທີ່ສົມຄູ່ກັບໜ້າທີ່ການເມືອງໃນເງື່ອນໄຂໃໝ່.