ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກອິດທິພົນຂອງມວນອາກາດໜາວທີ່ສຸດ, ເຊິ່ງແຜ່ປົກຄຸມຈາກຂົ້ວໂລກເໜືອມາປົກຄຸມພື້ນທີ່ສ່ວນໃຫຍ່ທາງພາກເໜືອຂອງສະຫະລັດ ໃນທ້າຍອາທິດຜ່ານມາ ເພີ່ມເປັນ 20 ກວ່າຄົນແລ້ວ.

ສຳນັກງານອຸຕຸນິຍົມແຫ່ງຊາດຂອງສະຫະລັດ (NWS) ລາຍງານວ່າ ອິດທິພົນຈາກປະກົດການ ໂພລາ ວໍເທັກ (Polar Vortex), ເຊິ່ງເປັນພາວະມວນອາກາດເຢັນຫຼາຍທີ່ສຸດຈາກຂົ້ວໂລກເໜືອເຄື່ອນຕົວລົງມາທາງຕອນໃຕ້ດ້ວຍຄວາມໄວ ແລະ ປະລິມານຫຼາຍກວ່າປົກກະຕິ ສົ່ງຜົນໃຫ້ເຂດພາກພື້ນທີ່ຢູ່ໃກ້ກັບຂົ້ວໂລກເໜືອໄດ້ຮັບຜົນກະທົບຢ່າງຮ້າຍແຮງ ໂດຍສະເພາະພາກເໜືອ ແລະ ພາກຕາເວັນອອກສຽງເໜືອຂອງສະຫະລັດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 21 ຄົນ. ໃນນີ້, ຢູ່ເມືອງຊິຄາໂກ 9 ຄົນ.

ນອກຈາກນີ້, ມະຫາວິທະຍາໄລໂອໄອວາ ໃນລັດໂອໄອວາ, ເຊິ່ງເປັນໜຶ່ງໃນລັດທີ່ຢູ່ທາງທິດຕາເວັນຕົກສຽງເໜືອຂອງສະຫະລັດ ລາຍງານວ່າ ພົບນັກສຶກສາເສຍຊີວິດພາຍໃນສະຖາບັນ ໂດຍເຈົ້າໜ້າທີ່ເປປີດເຜີຍຂໍ້ມູນໃນເບື້ອງຕົ້ນວ່າ ຜູ້ເສຍຊີວິດ ຄື: ທ້າວ ເຈີຣັນ ເບນ ອາຍຸ 18 ປີ ແລະ ອຸນຫະພູມສະເລ່ຍໃນລັດໂອໄວວາໃນທ້າຍອາທິດຜ່ານມາຢູ່ທີ່ -45 ອົງສາເຊ, ສ່ວນເມືອງທີ່ສ້າງສະຖິຕິໜ!ວທີ່ສຸດໃນປະເທດ ຄື: ເມືອງຄອດຕອນໃນລັດມິນນິໂຊຕາ ໂດຍສຳນັກງານອຸຕຸນິຍົມແຫ່ງຊາດຂອງສະຫະລັດ ວັດແທກອຸນຫະພູມໄດ້ -48 ອົງສາເຊ.