ຮອງລັດຖະມົນຕີ ເນັ້ນ: ສືບຕໍ່ສ້າງກຳລັງຕຳຫຼວດ ໃຫ້ຮັບປະກັນປະລິມານ ແລະ ຄຸນນະພາບ

0
1278

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາຄະນະພັກ-ຄະນະບັນຊາ, ພະນັກງານ-ເຫຼົ່າຮົບວິຊາສະເພາະຕໍາຫຼວດ ຕ້ອງຕັ້ງໜ້າປັບປຸງບໍາລຸງ-ກໍ່ສ້າງ ແລະ ເອົາໃຈໃສ່ສຶກສາອົບຮົມພະນັກງານ-ເຫຼົ່າຮົບວິຊາສະເພາະ ໃນວຽກງານຕໍາຫຼວດໃຫ້ຮັບປະກັນພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຮັບຮອງກັບໜ້າທີ່ການເມືອງໃນໄລຍະໃໝ່.

ມີຄະນະພັກ-ຄະນະບັນຊາ, ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ

ການໃຫ້ທິດຊີ້ນໍາຄັ້ງນີ້ ມີຂຶ້ນໃນໂອກາດທີ່ທ່ານເຂົ້າຮ່ວມກອງປະຊຸມກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈໍາປີ 2018 ແລະ ວາງທິດທາງວຽກງານຈຸດສຸມ ປີ 2019 ຂອງກົມໃຫຍ່ຕຳຫຼວດ ໃນວັນທີ 1 ກຸມພາ, ໂດຍການເປັນປະທານຂອງ ພົຈວ ປອ ທອງເຫຼັກ ມັງໜໍ່ເມກ ຫົວໜ້າກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະບັນຊາ, ກອງບັນຊາການ ປກສ ແຂວງ, ນະຄອນຫຼວງ ແລະ ແຂກຮັບເຊີນ ເຂົ້າຮ່ວມ. 

ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ:

ພົຕ ປອ ສົມຫວັງ ທໍາມະສິດ ຮອງລັດຖະມົນຕີກະຊວງ ປກສ

ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບໃນທົ່ວກໍາລັງຕໍາຫຼວດ ແຕ່ສູນກາງລົງຮອດທ້ອງຖິ່ນ ມີສະຕິລະວັງຕົວສູງຕໍ່ກົນອຸບາຍຫັນປ່ຽນຂອງກຸ່ມຄົນບໍ່ດີທີ່ມີຫຼາຍຮູບຫຼາຍສີ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ ພາຍໃນເຮັດໃຫ້ບັນຫາຕ່າງໆຢູ່ພາຍໃນກົມກອງ ແລະ ໜ່ວຍພັກກໍຄືເຫຼົ່າຮົບວິຊາສະເພາະຕໍາຫຼວດ ມີການປ່ຽນແປງເຂົ້າສູ່ຄຸນນະພາບໃໝ່ຢ່າງແທ້ຈິງ; ຕັ້ງໜ້າປັບປຸງບໍາລຸງ-ກໍ່ສ້າງ ແລະ ເອົາໃຈໃສ່ສຶກສາອົບຮົມພະນັກງານ-ເຫຼົ່າຮົບວິຊາສະເພາະໃນວຽກງານຕໍາຫຼວດ ໃຫ້ຮັບປະກັນພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຮັບຮອງກັບໜ້າທີ່ການເມືອງໃນໄລຍະໃໝ່.

ພ້ອມດຽວກັນນີ້, ກໍຕ້ອງເອົາໃຈໃສ່ຂອດຮັບກໍາລັງໃໝ່, ກໍາລັງທົດແທນ ໃຫ້ຮັບປະກັນມາດຕະຖານ-ເງື່ອນໄຂ, ໄດ້ຄົນດີ-ຄົນເກັ່ງ. ການບັນຈຸຈັດວາງຖັນແຖວ ພະນັກງານຕ້ອງຖືກຕາມວິຊາສະເພາະທີ່ຮຽນຈົບມາ ໃຫ້ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງແຕ່ລະກົມກອງ-ເຫຼົ່າຮົບວິຊາສະເພາະ ຮັບປະກັນຄຸນທາດການເມືອງໜັກແໜ້ນ.

ໃນພິທີ ພັອ ທອງສັ້ນ ແກ້ວວິນາສານ ຫົວໜ້າຫ້ອງການເມືອງກົມໃຫຍ່ຕໍາຫຼວດ ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ເລກທີ 131/ປປທ ລົງວັນທີ 14 ມັງກອນ 2019

ໃນພິທີ ພັອ ທອງສັ້ນ ແກ້ວວິນາສານ ຫົວໜ້າຫ້ອງການເມືອງກົມໃຫຍ່ຕໍາຫຼວດ ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ເລກທີ 131/ປປທ ລົງວັນທີ 14 ມັງກອນ 2019 ວ່າດ້ວຍ ການປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ ທ່ານ ພອນປະເສີດ ອິນທະສອນ ອໍານວຍການບໍລິສັດ ສາມເອສ ພັດທະນາ ຈຳກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີປະກອບສ່ວນອຸປະກອນເຕັກນິກ ກ່ຽວກັບ ວິຊາສະເພາະໃຫ້ກົມຕໍາຫຼວດຈະລາຈອນ ລວມມູນຄ່າ 534.215.000 ກີບ ເຊິ່ງຜົນງານດັ່ງກ່າວ ແມ່ນເປັນສ່ວນປະກອບໃນການພັດທະນາປະເທດຊາດ; ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 299/ນຍ ລົງວັນທີ 12 ກັນຍາ 2017 ວ່າດ້ວຍ ການປະດັບຫຼຽນກາແຮງງານໃຫ້ ບໍລິສັດ ເບຍລາວ ຈໍາກັດ ທີ່ມີຜົນງານ, ຄຸນງາມຄວາມດີປະກອບສ່ວນອຸປະຖໍາວັດຖຸ ແລະ ເງິນ ໃຫ້ກົມຕໍາຫຼວດຈະລາຈອນ ລວມມູນຄ່າ 260.000.000 ກີບ ຜົນງານດັ່ງກ່າວເປັນການປະກອບສ່ວນທີ່ສໍາຄັນ ໃນການພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແມ່ນກໍາລັງປ້ອງກັນຄວາມສະຫງົບ ໃຫ້ກຽດປະດັບຫຼຽນໂດຍ ພົຕ ປອ ສົມຫວັງ ທໍາມະສິດ.

ການປະດັບຫຼຽນໄຊພັດທະນາ ຊັ້ນ III ໃຫ້ ທ່ານ ພອນປະເສີດ ອິນທະສອນ ອໍານວຍການບໍລິສັດ ສາມເອສ ພັດທະນາ ຈຳກັດຜູ້ດຽວ ທີ່ມີຜົນງານ-ການປະດັບຫຼຽນກາແຮງງານໃຫ້ ບໍລິສັດ ເບຍລາວ ຈໍາກັດ ທີ່ມີຜົນງານ