ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ນີ້ວ່າ: ເກີດເຫດລົດໄຟຕົກລາງໃນພາກຕາເວັນອອກຂອງປະເທດອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ໄດ້ຮັບບາດເຈັບອີກເປັນຈຳນວນຫຼາຍ ໂດຍປະຊາຊົນຜູ້ທີ່ລອດຊີວິດຫຼາຍກວ່າ 100 ຄົນຮ່ວມມືກັບເຈົ້າໜ້າທີ່ຊ່ວຍເຫຼືອຜູ້ທີ່ຕິດຢູ່ພາຍໃນລົດໄຟອອກມາ.

ອຸບັດຕິເຫດຄັ້ງນີ້ເກີດຂຶ້ນໃນວັນທີ 3 ກຸມພາ ທີ່ຜ່ານມາ, ຢູ່ລັດພິຫານທາງພາກຕາເວັນອອກຂອງປະເທດອິນເດຍ ຂະນະທີ່ກຳລັງເດີນທາງມຸ່ງໜ້າໄປຫານະຄອນຫຼວງນິວເດລີ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 29 ຄົນ. ໃນນີ້, ມີຜູ້ໄດ້ຮັບບາດເຈັບສາຫັດ 2 ຄົນ.  ເຈົ້າໜ້າທີ່ ເປີດເຜີຍວ່າ: ຕູ້ລົດໄຟໂດຍສານຕົກລາງເຖິງ 11 ຕູ້ ຫ່າງຈາກເມືອງປັກນາ, ຂະນະທີ່ຜູ້ໂດຍສານສ່ວນຫຼາຍກຳລັງນອນຫຼັບ. ຫຼັງຈາກເກີດເຫດບໍ່ດົນ, ປະຊາຊົນຫຼາຍຮ້ອຍຄົນ ໄດ້ເຂົ້າໄປຊ່ວຍເຫຼືອເຈົ້າໜ້າທີ່ພາຜູ້ໄດ້ຮັບບາດເຈັບອອກຈາກຕູ້ລົດໄຟ ເພື່ອສົ່ງໄປປິ່ນປົວຢູ່ໂຮງໝໍຢ່າງຮີບດ່ວນ, ເຊິ່ງເຈົ້າໜ້າທີ່ທາງການລົດໄຟອິນເດຍ ກ່າວວ່າ: ການຊ່ວຍເຫຼືອກູ້ໄພຜູ້ເຄາະຮ້າຍຈາກອຸບັດຕິເຫດສຳເລັດໃນຕອນທ່ຽງຂອງວັນດຽວກັນ. ຂະນະທີ່ສາເຫດທີ່ເຮັດໃຫ້ລົດໄຟຕົກລາງແມ່ນຢູ່ໃນລະຫວ່າງການສອບສວນຂອງເຂົ້າໜ້າທີ່.

ແນວໃດກໍຕາມ, ເຄືອຂ່າຍລົດໄຟໃນອິນເດຍ ແມ່ນມີຂະໜາດໃຫຍ່ທີ່ສຸດ ເປັນອັນດັບ 3 ຂອງໂລກ. ແຕ່ຍັງຂາດລະບົບສື່ສານ ແລະ ການສົ່ງສັນຍານທີ່ທັນສະໄໝ. ອຸບັດຕິເຫດທາງລົດໄຟສ່ວນຫຼາຍໃນອິນເດຍ ມີສາເຫດມາຈາກການສ້ອງແປງທີ່ບໍ່ໄດ້ມາດຕະຖານ, ອຸປະກອນບໍ່ໄດ້ຄຸນນະພາບ ແລະ ຄວາມພິດພາດຂອງຊ່າງສ້ອມແປງ.