ຖ່າຍທອດຄວາມຮູ້ວິທີປ້ອງກັນອັກຄີໄພ ໃຫ້ພະນັກງານ 2 ຕະຫຼາດ

0
1472

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ລົງຝຶກອົບຮົມຖ່າຍທອດຄວາມຮູ້ກ່ຽວກັບວິທີການປ້ອງກັນ ແລະ ສະກັດກັ້ນອັກຄີໄພ ໃຫ້ພະນັກງານຈັດສັນ ແລະ ປ້ອງກັນຕະຫຼາດຂາຍໝາກໄມ້ສົດ ແລະ ຂາຍຍ່ອຍທົ່ວໄປ ບ້ານນາແຫ່ ແລະ ຕະຫຼາດລາວ-ອົດຊີ ໜອງແຕ່ງ ຂາຍຍົກພືດຜັກ ແລະ ສັດປີກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນວັນທີ  5 ກຸມພາ 2019.

ຮອ ບຸນມີ ແສງອາລຸນ ຮອງຫົວໜ້າກອງໂຄສະນາປ້ອງກັນອັກຄີໄພ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:

ຮອ ບຸນມີ ແສງອາລຸນ

ໃນປີ 2018 ຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນ ຈໍານວນ 40 ຄັ້ງ; ໃນນັ້ນ, ໄໝ້ກາງ 1 ຄັ້ງ ແລະ ໄໝ້ນ້ອຍ 39 ຄັ້ງ; ຈາກບັນຫາອັກຄີໄພທີ່ເກີດຂຶ້ນ ສ້າງຜົນເສຍຫາຍເປັນເຮືອນ 16 ຫຼັງ, ເປັນຫ້ອງ 24 ຫ້ອງ, ກອງ ຂີ້ເຫຍື້ອ 36 ເຮັກຕາ, ລົດໃຫຍ່ 2 ຄັນ ແລະອື່ນໆ ສ້າງຜົນເສຍຫາຍເປັນຈໍານວນຫຼວງຫຼາຍ; ດັ່ງນັ້ນ, ພັກ-ລັດຖະບານ ເວົ້າລວມ, ເວົ້າສະເພາະການນໍານະຄອນຫຼວງວຽງຈັນ ຈຶ່ງອອກແຈ້ງການ ກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພຂຶ້ນໂດຍມອບໃຫ້ ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານອັກຄີໄພ ເປັນຜູ້ລົງຝຶກອົບຮົມ ແລະ ໂຄສະນາຢູ່ບັນດາອົງການຈັດຕັ້ງພັກ-ລັດ ແລະ ເອກະຊົນທົ່ວນະຄອນຫຼວງວຽງຈັນ.

ມອບໃບຢັ້ງຢືນໃຫ້ທັງ 2 ຕະຫຼາດ ຮອ ບຸນມີ ແສງອາລຸນ ຕາງໜ້າຮັບໂດຍ ທ່ານ ສົມໝາຍ ສົມສະແຫວງ ເຈົ້າຂອງຕະຫຼາດຂາຍໝາກໄມ້ສົດ ແລະ ຂາຍຍ່ອຍທົ່ວໄປ ບ້ານນາແຫ່

ການຝຶກອົບຮົມຄັ້ງນີ້, ບັນດານັກສຳມະນາກອນ ໄດ້ຝຶກອົບຮົມກ່ຽວກັບທິດສະດີ ແລະ ພາກປະຕິບັດຕົວຈິງຄື: ຄວາມຮູ້ພື້ນຖານກ່ຽວກັບການຊົມໃຊ້ໄຟຟ້າ, ຄວາມຮູ້ກ່ຽວກັບວິທີປ້ອງກັນໄພ, ເວລາໄຟໄໜ້,  ການນໍາໃຊ້ອຸປະກອນການມອດໄຟ, ວິທີການໃຊ້ຖັງດັບເພີງ, ວິທີການມອດໄຟ, ການມອດໄຟທີ່ເກີດຈາກການເຜົາໄໝ້ດ້ວຍໄມ້-ເຈ້ຍ-ຜ້າ, ນໍ້າມັນ, ໄຟຟ້າ ແລະ ເຄມີ; ນອກຈາກນີ້, ຍັງໄດ້ຮຽນຮູ້ກ່ຽວກັບວິທີການປ້ອງກັນ ແລະ ການມອດໄຟຕີ່ມອີກ.

ທົດລອງວິທີນຳໃຊ້ໃຫ້ແກ່ປະຊາຊົນ

ທ່ານ ກ່າວຕື່ມອີກວ່າ:

ສິ່ງທີ່ຄວນເອົາໃຈໃສ່ເວລາເກີດອັກຄີໄພ ບັນດາສະຫາຍຕ້ອງຕັ້ງສະຕິ ໃຫ້ອຸ່ນອ່ຽນທຸ່ນທ່ຽງ, ກ້າຫານ,
ວ່ອງໄວ, ສົ່ງສັນຍານໃຫ້ທຸກຄົນຮູ້, ຊອກຫາອຸປະກອນເຂົ້າດັບມອດທັນທີ, ຕັດກະແສໄຟຟ້າ, ໂທແຈ້ງ
ເຈົ້າໜ້າທີ່ 1190 ແລະ 021 212707 ຫຼື ເຈົ້າໜ້າທີ່-ທີ່ຢູ່ໃກ້ຄຽງ, ພ້ອມທັງຍົກຍ້າຍເຄື່ອງຂອງອອກຈາກພື້ນທີ່, ຊ່ວຍເຫຼືອຜູ້ປະ ສົບໄພ, ຈັດຕັ້ງປ້ອງກັນພື້ນທີ່ເກີດເຫດ, ໃຫ້ການຮ່ວມມືກັບເຈົ້າ ໜ້າທີ່.

ພາຍຫຼັງ ສໍາເລັດພິທີຝຶກອົບຮົມພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ກໍໄດ້ັມອບໃບຢັ້ງຢືນໃຫ້ທັງ 2 ຕະຫຼາດ ຕາງໜ້າມອບໂດຍ ຮອ ບຸນມີ ແສງອາລຸນ ຕາງໜ້າຮັບໂດຍ ທ່ານ ສົມໝາຍ ສົມສະແຫວງ ເຈົ້າຂອງຕະຫຼາດຂາຍໝາກໄມ້ສົດ ແລະ ຂາຍຍ່ອຍທົ່ວໄປ ບ້ານນາແຫ່ ແລະ ທ່ານ ອານຸລັກ ສີຄໍາແພງ ຕາງໜ້າເຈົ້າຂອງຕະຫຼາດລາວ-ອົດຊີ ໜອງແຕ່ງຂາຍຍົກພືດຜັກ ແລະ ສັດປີກ.