ທໍາລາຍອາວຸດເຖື່ອນ ແລະ ອາວຸດລ່າເນື້ອ ຈໍານວນ 1.000 ກວ່າກະບອກ ແລະ ເຄື່ອງຊັອດປາ ຈໍານວນ 11 ເຄື່ອງ

ກອງບັນຊາການ ປກສ ເມືອງຄູນ ແຂວງຊຽງຂວາງ ໄດ້ທໍາລາຍອາວຸດເຖື່ອນ ແລະ ອາວຸດລ່າເນື້ອ ຈໍານວນ 1.000 ກວ່າກະບອກ ແລະ ເຄື່ອງຊັອດປາ ຈໍານວນ 11 ເຄື່ອງ ໃນວັນທີ 30 ມັງກອນ 2019, ມີ ທ່ານ ພອນມາລາ ວັນນາຮັກ ເຈົ້າເມືອງໆຄູນ ພ້ອມດ້ວຍຫົວໜ້າ ປກຊ-ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ເນັ້ງຊົ່ງ ຮອງຫົວໜ້າກອງບັນຊາການ ປກສ ເມືອງຄູນ ໃຫ້ຮູ້ວ່າ:

ໄລຍະຜ່ານມາ, ຄະນະກອງບັນຊາການ ແລະ ຄະນະຮັບຜິດຊອບ ໄດ້ປະຕິບັດຕາມດໍາລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 973/ນຍ ວ່າດ້ວຍ ການຈັດຕັ້ງຄຸ້ມຄອງອາວຸດທາດລະເບີດ ແລະ ແຈ້ງການເພີ່ມເຕີມຂອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວ່າດ້ວຍ ການກວດກາ, ຄຸ້ມຄອງ ແລະ ເລີກຮື້ອາວຸດເຖື່ອນທຸກປະເພດ ຢູ່ທົ່ວແຂວງຊຽງຂວາງ ພ້ອມນໍາເອົາໄປໂຄສະນາເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໃນທົ່ວເມືອງຄູນ ມີຄວາມເຂົ້າໃຈ ແລະ ເຊື່ອມຊຶມມະຕິ-ຄໍາສັ່ງຂອງຂັ້ນເທິງເປັນຢ່າງດີ, ມີຄວາມຕື່ນຕົວຈິງໃຈນໍາເອົາອາວຸດທີ່ມີໄວ້ໃນຄອບຄອງ ມາມອບໃຫ້ເຈົ້າໜ້າທີ່.

ມີ ທ່ານ ພອນມາລາ ວັນນາຮັກ ເຈົ້າເມືອງໆຄູນ ພ້ອມດ້ວຍຫົວໜ້າ ປກຊ-ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ຜ່ານການປຸກລະດົມ, ປະຊາຊົນພາຍໃນເມືອງ ມີຈໍານວນຫຼາຍທີ່ຈິງໃຈນໍາເອົາປືນເຂົ້າມາມອບໃຫ້ເຈົ້າໜ້າທີ່; ໃນນີ້, ເກັບກູ້ຈາກກຸ່ມຊຽງ ມີປືນແກັບ ຈໍານວນ 112 ກະບອກ, ປືນຫຼວງ AK 1 ກະບອກ; ກຸ່ມສໍາພັນໄຊ ປືນແກັບ 224 ກະບອກ, ປືນຫຼວງ KB 1 ກະບອກ; ກຸ່ມສັນຫຼວງ 29 ກະບອກ; ກຸ່ມນໍ້າອຸ່ນ 144 ກະບອກ; ກຸ່ມນໍ້າພານ 11 ກະບອກ; ກຸ່ມແກ່ວແສດ 177 ກະບອກ; ກຸ່ມງານ 286 ກະບອກ; ກຸ່ມລ້ອງຊັ້ນ 140 ກະບອກ; ກຸ່ມຍຸນ 35 ກະບອກ ແລະ ໄດ້ຮັບປືນແກັບຈາກ ກອງບັນຊາການທະຫານເມືອງ 27 ກະບອກ, ໝໍ້ຊັອດປາ 11 ເຄື່ອງ, ໝາກແຕກ 5 ໜ່ວຍ ແລະ ເຈົ້າໜ້າທີ່ ຢຶດໄດ້ປືນຄໍຫັກ 5 ກະບອກ, ປືນແກັບ 10 ກະບອກ, CK 1 ກະບອກ ລວມທັງໝົດ 1.201 ກະບອກ ຖືກທໍາລາຍຖິ້ມດ້ວຍການຈູດ ແລ້ວຝັງດິນ.