ເສັ້ນທາງລົດໄຟແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ແມ່ນໄດ້ນຳໃຊ້ມາດຕະຖານເຕັກນິກການອອກແບບຂອງ ສປ ຈີນ ມີຄວາມໄວສະເລ່ຍ 160 ກິໂລແມັດຕໍ່ຊົ່ວໂມງ, ໃຊ້ພະລັງງານໄຟຟ້າ, ລາງດ່ຽວ, ຮັບໃຊ້ຂົນສົ່ງໂດຍສານ ແລະ ສິນຄ້າ ມີຄວາມຍາວທັງໝົດ 417 ກິໂລແມັດ ຮອດປັດຈຸບັນໂຄງການກໍ່ສ້າງເສັ້ນທາງດັ່ງກ່າວສໍາເລັດແຕ່ລະໜ້າວຽກແລ້ວ 55,69%.

ທ່ານ ລັດຕະນະມະນີ ຄູນນີວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວໃນກອງປະຊຸມສາມັນຄົບຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ 14 ສະໄໝທີ IV ໃນວັນທີ 31 ມັງກອນ 2019 ວ່າ: ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 417 ກິໂລແມັດ, ແລວທາງລົດໄຟໄດ້ຜ່ານ 5 ແຂວງ ຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ; ໃນນີ້, ປະກອບມີ 32 ສະຖານນີ, ກໍ່ສ້າງຂົວໃໝ່ 167 ແຫ່ງ, ເຈາະອຸມົງ 75 ແຫ່ງ, ອັດຕາສ່ວນຂົວ ແລະ ອຸມົງ ເທົ່າກັບ 62%, ເສັ້ນທາງລົດໄຟຜ່ານເຂດພູດອຍ ກວມເອົາ 80%, ສ່ວນ ທີ່ເຫຼືອແມ່ນພູພຽງ ແລະ ທົ່ງພຽງ; ໂຄງການດັ່ງກ່າວ ໂດຍແມ່ນບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເປັນບໍລິສັດຮ່ວມທຶນ ຝ່າຍຈີນຖືຮຸ້ນ 70% ແລະ ລາວ ຖືຮຸ້ນ 30% ແລະ ມີແຜນການກໍ່ສ້າງສຳເລັດ 5 ປີ, ເລີ່ມແຕ່ວັນທີ 1 ທັນວາ 2016-31 ທັນວາ 2021 ໃຫ້ໄດ້ເປີດ ນຳໃຊ້ຢ່າງເປັນທາງການ; ມາເຖິງປັດຈຸບັນໂຄງການດັ່ງກ່າວສາມາດປະຕິບັດໄດ້ 55,69%; ໃນນີ້, ສາມາດຊີເຈາະອຸມົງ ໄດ້ 69 ອຸມົງ ລວມ 200 ແຫ່ງ ສະເລ່ຍການຊີເຈາະເທົ່າກັບ 126.544 ແມັດ, ລົງມືກໍ່ສ້າງຂົວສໍາເລັດ 143 ແຫ່ງ ສ້າງ ເສົາສໍາເລັດ 1.319 ເສົາ, ຊີເຈາະເຂັມ ເສົາຂົວໄດ້ລວມຄວາຍາວ ທັງໝົດ 213.041 ແມັດ.

ນອກຈາກນີ້, ຍັງສໍາເລັດວຽກງານອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງໂດຍການສ້າງທາງ ເພື່ອເຂົ້າຫາສະຖານທີ່ກໍ່ສ້າງ ໄດ້ທັງໝົດ 910 ກິໂລ ແມັດ ແລະ ຂົວຊົ່ວຄາວ 4.098 ແມັດ, ຕິດ ຕັ້ງສາຍສົ່ງໄຟຟ້າ 860 ກິໂລແມັດ, ຕິດຕັ້ງໝໍ້ແປງ 258 ໜ່ວຍ, ສ້າງລະບົບນໍ້າປະປາໄດ້ 128 ກິໂລແມັດ; ສະເພາະການຊົດເຊີຍສິ່ງກີດຂວາງບັນດາແຂວງ ໄດ້ຄົ້ນຄວ້າລາຄາຫົວໜ່ວຍຄ່າຊົດເຊີຍສິ່ງກີດຂວາງຕາມ 8 ຂັ້ນຕອນ ແລະ ໄດ້ຮັບຮອງຈາກສະພາແຂວງ, ນະຄອນຫຼວງວຽງຈັນແລ້ວ, ປັດຈຸບັນ ການໄກ ເກ່ຍຄ່າຊົດເຊີຍໃຫ້ຜູ້ຖືກຜົນກະທົບ 7 ງວດ ລວມມູນຄ່າ 851,53 ຕື້ກີບ.

ສະເພາະແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າຈະສືບຕໍ່ແກ້ໄຂຄ່າຊົດເຊີຍສິ່ງກີດຂວາງ ແລະ ເວນຄືນທີ່ດິນທີ່ຖືກຜົນກະທົບໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃຫ້ສໍາເລັດ; ປະສານສົມທົບ ກັບເຈົ້າໜ້າທີ່ພາສີ ໃນການຄຸ້ມຄ້ອງນໍ້າມັນເຊື້ອໄຟ, ວັດຖຸປະກອນ, ຍານພາຫະນະທີ່ນຳເຂົ້າໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ນຳໃຊ້ຖືກເປົ້າໝາຍ; ປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມ ສະດວກໃນການນຳວັດຖຸອຸປະກອນທາດລະເບີດ ເພື່ອມາຮັບໃຊ້ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ສົມທົບກັບກົມໃຫຍ່ເສນາທິການ, ໃນການກວດກູ້ລະເບີດທີ່ຍັງບໍ່ທັນແຕກຕາມແລວ ທາງລົດໄຟ, ນໍາພາໂຄງການກໍ່ສ້າງໃຫ້ ບັນລຸຕາມເປົ້າໝາຍທີ່ວາງໄວ້.