ປະທານສູນກາງແນວລາວສ້າງຊາດ ຢ້ຽມຢາມການນຳແຂວງໄຊສົມບູນ

0
1140

ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມພະນັກງານການນຳແຂວງໄຊສົມບູນ ພ້ອມທັງມອບເຄື່ອງຊ່ວຍເຫຼືອ ແລະ ລົດຈັກໃຫ້ແນວລາວສ້າງຊາດ 5 ຕົວເມືອງ ໃນວັນທີ 8 ກຸມພາຜ່ານມານີ້, ໃຫ້ການຕ້ອນຮັບໂດຍ ພົຕ ຄຳລຽງ ອຸທະໄກສອນ, ເຈົ້າແຂວງໆ ໄຊສົມບູນ ພ້ອມດ້ວຍຄະນະ, ມີການນຳແຂວງ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດເຖົ້າແກ່ແນວໂຮມ ເຂົ້າຮ່ວມ.

ທ່ານ ປອ ໄຊສົມພອນ ພົມວິຫານ

ພົຕ ຄຳລຽງ ອຸທະໄກສອນ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງຕະຫຼອດໄລຍະທີ່ຜ່ານມາ ແມ່ນມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງມີ GDP ເທົ່າ ກັບ 6,80%, ຫຼຸດແຜນການ 0,99%. ໃນນັ້ນຂະແໜງກະສິກໍາ ບັນລຸໄດ້ 43,2% ຂອງ GDP, ຂະແໜງອຸດສາຫະກໍາບັນລຸໄດ້ 12,8% ຂອງ GDP, ຂະແໜງບໍລິການ ບັນລຸໄດ້ 44,0% ຂອງ GDP.

ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມພະນັກງານການນຳແຂວງໄຊສົມບູນ

ນອກນັ້ນ, ໃນຕໍ່ໜ້າຍັງຈະໄດ້ສຸມໃສ່ສືບຕໍ່ຫັນເອົາພະງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຢູ່ບັນດາບ້ານຫຼ່ໍແຫຼມ ທັງນີ້ກໍເພື່ອເປັນການຮັບປະກັນເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານ ການເມືອງ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ການນຳແຂວງ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດເຖົ້າແກ່ແນວໂຮມ ເຂົ້າຮ່ວມ

ໃນໂອກາດນີ້, ທ່ານ ປອ ໄຊສົມພອນ ພົມວິຫານ ໄດ້ຊີ້ນຳໃຫ້ການນຳແຂວງ ຕະຫຼອດຮອດພະນັກງານຫຼັກແຫຼ່ງວ່າ:

ເອົາໃຈໃສ່ຕໍ່ກັບວຽກງານແນວຄິດ-ການເມືອງ, ປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ໜັກແໜ້ນເຂັ້ມແຂງ ໂດຍຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕັ້ງໜ້າປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແກ້ໄຂວິຖີຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ເສີມຂະຫຍາຍການປູກຝັງ-ລ້ຽງສັດ ເພີ່ມທະວີຄວາມສາມັກຄີພາຍໃນໝູ່ຄະນະ ໃນການຈັດຕັ້ງອຳນາດການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າ ເພື່ອສ້າງກຳລັງແຮງສ່ວນລວມ ໃຫ້ກາຍເປັນການຈັດຕັ້ງປະຕິບັດໜ້າທີ່ການເມືອງທົ່ວພັກ-ລັດ ມອບໝາຍໃຫ້ສຳເລັດ.

ມອບລົດຈັກ ຈຳນວນ 5 ຄັນ ໃຫ້ແນວລາວສ້າງຊາດ 5 ຕົວເມືອງ

ນອກນັ້ນ, ຍັງໄດ້ມອບເຄື່ອງຈໍານວນໜຶ່ງໃຫ້ບັນດາພະນັກງານບໍານານ ແລະ ມອບລົດຈັກ ຈຳນວນ 5 ຄັນ ໃຫ້ແນວລາວສ້າງຊາດ 5 ຕົວເມືອງ ເພື່ອນຳໄປນຳໃຊ້ໃນການເຄື່ອນໄຫວວຽກງານໃຫ້ສະດວກ ແລະ ວ່ອງໄວ.