ການກໍ່ສ້າງ-ສ້ອມແປງຂົວ-ທາງ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ມີຜົນສໍາເລັດຫຼາຍດ້ານ

ໃນປີ 2018 ຜ່ານມາ, ການກໍ່ສ້າງ-ສ້ອມແປງຂົວ-ທາງ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ມີຜົນສໍາເລັດຫຼາຍດ້ານ ບໍ່ວ່າຈະເປັນໂຄງການກໍ່ສ້າງເສັ້ນທາງຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ວຽກສ້ອມແປງທາງຫຼວງແຫ່ງຊາດ ແບບກໍານົດເວລາ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ.

ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ:

ໃນປີ 2018 ຜ່ານມາ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖືເອົາການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ວຽກງານຂົວ-ທາງ ນອກຈາກຈະສຸມໃສ່ໃນການປັບປຸງລາຄາຫົວໜ່ວຍການກໍ່ສ້າງສ້ອມແປງຂົວ-ທາງ ທີ່ເປັນວຽກຈຸດສຸມຂອງກະຊວງແລ້ວ ການຄຸ້ມຄອງບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ເຊິ່ງປະກອບມີທາງ ແລະ ຂົວ ກໍແມ່ນວຽກງານໜຶ່ງທີ່ກະຊວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ

ເຊິ່ງສະແດງອອກໃນຜົນສໍາເລັດ ໃນປີຜ່ານມາ ເຊັ່ນ: ໂຄງການກໍ່ສ້າງທາງ ບ້ານຮວກ-ເມືອງຄອບ-ປາກຄອບ-ຄອນຕື້ນ, ໂຄງການກໍ່ສ້າງຂົວເຊກອງ, ໂຄງການປັບປຸງຂະຫຍາຍເສັ້ນທາງ ເລກທີ 21 ແຕ່ຜາເມືອງ-ທາງ 1 D ບ້ານທ່າສີ ແຂວງບໍລິຄໍາໄຊ, ໂຄງການກໍ່ສ້າງທາງ 16 A ປາກຊ່ອງ-ຫຼັກ 52 ແຂວງອັດຕະປື, ໂຄງການກໍ່ສ້າງທາງເບີ 4 ແຕ່ພູຫົວຊ້າງ-ບ້ານອ່າວໃຕ້ ເມືອງອານຸວົງ ແຂວງໄຊສົມບູນ ແລະ ໂຄງການກໍ່ສ້າງທາງ 16 B ເຊກອງ-ດາກຈຶງ ຊ່ວງ 96,6 ກິໂລແມັດ.

ນອກຈາກນີ້, ຍັງມີຫຼາຍໂຄງການທີ່ພວມຈັດຕັ້ງປະຕິບັດວຽກຢ່າງຕັ້ງໜ້າ ແລະ ມີຄວາມຄືບໜ້າເຊັ່ນ: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ເສັ້ນທາງເລກ 6 A+6 B ຫາງລ້ອງ-ສົບເບົາ-ປ່າ
ຮ່າງ (ADB12) ສະເພາະທາງ 6 B ແມ່ນສໍາເລັດແລ້ວ 100%, ທາງ 6 A ປະຕິບັດໄດ້ 98% ແລະ ຊ່ວງວຽງໄຊ-ນໍ້່າໂສຍ ປະຕິບັດໄດ້ 53,14%, ໂຄງການຄຸ້ມຄອງ ແລະ ສ້ອມແປງຂະແໜງຂົວທາງ 61,61%, ໂຄງການກໍ່ສ້າງທາງ 3 ແຍກ ນາຊາງ-ທົ່ງທູ ແລະ ເທດສະບານເມືອງຊໍາໃຕ້ ປະຕິບັດໄດ້ 98,08%, ໂຄງການກໍ່ສ້າງທາງ ທ່າເຫຼົ້າ-ຊໍາໃຕ້ ປະຕິບັດໄດ້ 96,17%, ໂຄງການທາງຊົນນະບົດ KFW (RIP VI) ມີທັງໝົດ 3 ສັນຍາ ຄື:

ຍັງມີຫຼາຍໂຄງການທີ່ພວມຈັດຕັ້ງປະຕິບັດວຽກຢ່າງຕັ້ງໜ້າ ແລະ ມີຄວາມຄືບໜ້າ
  1. ສັນຍາທີ 1 ທາງເບີ 3.6910 ແຕ່ແຍກ 15B-ບ້ານອາສົກ ປະຕິບັດໄດ້ 48%.
  2. ສັນຍາທີ 2 ທາງເບີ 5.7226 ແຕ່ແຍກ 15B-ບ້ານຕຸ້ມລີຂາວ ປະຕິບັດໄດ້ 100%.
  3. ສັນຍາທີ 3 ທາງເບີ 5.7264 ແຕ່ບ້ານກັງ-ບ້ານຈໍລະວຽງ ປະຕິບັດໄດ້ 100%.

ນອກນີ້, ຍັງສາມາດປະຢັດເງິນໄປກໍ່ສ້າງທາງເພີ່ມອີກ 4 ສັນຍາ ຍາວ 16,3 ກິໂລແມັດ.

ປັດຈຸບັນ, ວຽກເພີ່ມດັ່ງກ່າວ ຄືບໜ້າ 69% ສະເລ່ຍແລ້ວປະຕິບັດໄດ້ 83%, ໂຄງການກໍ່ສ້າງທາງຫົງສາ-ຊຽງແມນ ຊ່ວງທີ 1 ປະຕິບັດໄດ້ 86% ແລະ ຊ່ວງທີ 2 ປະຕິບັດໄດ້ 91,58%, ໂຄງການກໍ່ສ້າງຂົວ 2 ແຫ່ງ ຕາມທາງເລກ 9 ໂດຍທຶນຊ່ວຍເຫຼືອລ້າຈາກ ລັດຖະບານຍີປຸ່ນ ປະຕິບັດໄດ້ 75,13%, ໂຄງການກໍ່ສ້າງທາງ 16 B ດາກຈຶງ-ຫວຽດນາມ ຊ່ວງ 21 ກິໂລແມັດ ປະຕິບັດໄດ້ 81,47% ແລະ ໂຄງການອື່ນໆອີກຈໍານວນໜຶ່ງ.

ນອກຈາກວຽກງານດັ່ງກ່າວແລ້ວ, ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ເອົາໃຈໃສ່ສ້ອມແປງທາງຫຼວງແຫ່ງຊາດ ແບບເປັນກໍານົດ ໃນປີ 2018 ເຊິ່ງມີທັງໝົດ 130 ສັນຍາ ຂຶ້ນກັບ 25 ໂຄງການ ລວມມູນຄ່າກໍ່ສ້າງທັງໝົດ 596,99 ຕື້ກີບ, ກໍານົດເວລາໃນການຈັດຕັ້ງປະຕິບັດສັນຍາ 5 ເດືອນ ຮອດທ້າຍເດືອນທັນວາ ສະເລ່ຍຄວາມຄືບໜ້າທັງໝົດໄດ້ 97,19%.

ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ເອົາໃຈໃສ່ສ້ອມແປງທາງຫຼວງແຫ່ງຊາດ ແບບເປັນກໍານົດ ໃນປີ 2018 ເຊິ່ງມີທັງໝົດ 130 ສັນຍາ ຂຶ້ນກັບ 25 ໂຄງການ

ນອກຈາກນີ້, ໃນການສ້ອມແປງທາງຫຼວງ ຍັງມີໜ້າວຽກສ້ອມແປງດ້ວຍແຮງປະຊາຊົນ ເຊິ່ງໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດວຽກບູລະນະຮັກສາທາງຫຼວງ ຕາມປົກກະຕິດ້ວຍແຮງປະຊາຊົນ ເຫັນວ່າ:

ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ບໍ່ມີປະສິດທິພາບເທົ່າທີ່ຄວນ, ການຕິດຕາມການປະຕິບັດສັນຍາຂອງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ຍັງບໍ່ໄດ້ເຮັດຢ່າງເປັນປະຈໍາ ແລະ ທົ່ວເຖິງ, ປະຊາຊົນຜູ້ຮັບຜິດຊອບແຕ່ລະຕອນທາງ ບໍ່ສາມາດປະຕິບັດໄດ້ໝົດທຸກໜ້າວຽກທີ່ກໍານົດໄວ້ໃນສັນຍາ, ມີພຽງໜ້າວຽກຖາງຫຍ້າບໍລິເວນສອງຂ້າງທາງທີ່ຖືກຈັດຕັ້ງປະຕິບັດ.

ການຈັດຕັ້ງປະຕິບັດວຽກບູລະນະຮັກສາທາງຫຼວງ ຕາມປົກກະຕິດ້ວຍແຮງປະຊາຊົນ 4 ສັນຍາທີ່ທົດລອງ ຢູ່ແຂວງຜົ້ງສາລີ, ຫຼວງພະບາງ, ວຽງຈັນ ແລະ ແຂວງຈໍາປາສັກ ແມ່ນຍັງບໍ່ທັນມີປະສິດທິຜົນ ຍ້ອນການເປ່ເພຂອງທາງເກີນຄວາມສາມາດຂອງຜູ້ຮັບຜິດຊອບ, ຂາດການຕິດຕາມການປະຕິບັດສັນຍາຈາກ ເຈົ້າຂອງໂຄງການຢ່າງເປັນປົກກະຕິ; ເຖິງແນວໃດກໍຕາມ, ການສະໜອງງົບປະມານຂອງ ກອງທຶນທາງ ໃຫ້ແກ່ວຽກບູລະນະຮັກສາທາງຫຼວງ ຕາມປົກກະຕິດ້ວຍແຮງງານປະຊາຊົນ ຍັງຊັກຊ້າ, ເຮັດໃຫ້ປະຊາຊົນຜູ້ຮັບຜິດຊອບ ບໍ່ສາມາດຈັດຕັ້ງປະຕິບັດໄດ້ຕໍ່ເນື່ອງ.

ການຈັດຕັ້ງປະຕິບັດວຽກບູລະນະຮັກສາທາງຫຼວງ ຕາມປົກກະຕິດ້ວຍແຮງປະຊາຊົນ 4 ສັນຍາທີ່ທົດລອງ ຢູ່ແຂວງຜົ້ງສາລີ, ຫຼວງພະບາງ, ວຽງຈັນ ແລະ ແຂວງຈໍາປາສັກ ແມ່ນຍັງບໍ່ທັນມີປະສິດທິຜົນ

ໃນຕໍ່ໜ້າ, ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເອົາໃຈໃສ່ຄຸ້ມຄອງຈັດຕັ້ງປະຕິບັດບັນດາໂຄງການກໍ່ສ້າງຂົວທາງ ໃນປັດຈຸບັນ ແລະ ພິເສດ ບັນດາໂຄງການທີ່ໃກ້ຈະສໍາເລັດ ເຊັ່ນ: ໂຄງການກໍ່ສ້າງທາງສາມແຍກ ນາຊາງ-ທົ່ງທູ້ ແລະ ເທດສະບານເມືອງຊໍາໃຕ້, ໂຄງການກໍ່ສ້າງທາງ ທ່າເຫຼົ້າ-ຊໍາໃຕ້, ໂຄງການທາງຊົນນະບົດ KFW (RIP VI), ໂຄງການກໍ່ສ້າງທາງ ຫົງສາ-ຊຽງແມນ, ໂຄງການກໍ່ສ້າງທາງ 16 B ດາກຈຶງ-ຫວຽດນາມ ຊ່ວງ 21 ກິໂລແມັດ ແລະອື່ນໆ.

ນອກຈາກນີ້, ຍັງຈະປະຕິບັດວຽກບູລະນະສ້ອມແປງຕາໜ່າງເສັ້ນທາງ ທົ່ວປະເທດ ເພື່ອຮັບປະກັນໃຫ້ການສັນຈອນບໍ່ຕິດຂັດ ໂດຍສືບຕໍ່ປະຕິບັດການບູລະນະທາງຫຼວງແຫ່ງຊາດ ຈໍານວນ 18 ເສັ້ນ ໃຫ້ສໍາເລັດ ແລະ ຈັດຕັ້ງປະຕິບັດ 26 ໂຄງການ 120 ສັນຍາ ທີ່ມີມູນຄ່າສ້ອມແປງ 605,09 ຕື້ກີບ ໃຫ້ສໍາເລັດຕາມແຜນ ປີ 2019 ນີ້.