ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ກຸມພາ ນີ້ວ່າ: ກະຊວງສາທາລະນະສຸກຂອງປະເທດກົງໂກ ອອກຖະແຫຼງການວ່າ ຈຳນວນຜູ້ຕິດເຊື້ອໄວຣັດອີໂບລາໃນປິເທດ ນັບຕັ້ງແຕ່ເດືອນສິງຫາ 2018 ເພີ່ມເປັນຢ່າງໜ້ອຍ 502 ຄົນ, ສ່ວນຈໍານວນຜູ້ປ່ວຍໃນປັດຕຸບັນນີ້ມີປະມານ 271 ຄົນ, ຂະນະທີ່ພື້ນທີ່ແພ່ລະບາດສ່ວນໃຫຍ່ແມ່ນຢູ່ພາກຕາເວັນອອກສຽງເໜືອຂອງປະເທດ ໂດຍສະເພາະທີ່ແຂວງຄິວູເໜືອ, ເຊິ່ງເປັນແຂວງທີ່ໃຫຍ່ ແລະ ມີປະຊາກອນຫຼາຍເຖິງ 800.000 ຄົນ ແລະ ມີຊາຍແດນຕິດກັບປະເທດອູກັນດາ, ເຊິ່ງຍິ່ງເພີ່ມເຮັດໃຫ້ມີຄວາມກັງວົນກັບຫຼາຍຝ່າຍກ່ຽວກັນແພ່ລະບາດຂ້າມປະເທດ. ປັດຈຸບັນ, ຫຼາຍປະເທດທີ່ມີຊາຍແດນຕິດກັບປະເທດກົງໂກ ໄດ້ມີການຕື່ນຕົວ ແລະ ເລີ່ມວາງແຜນປ້ອງກັນແລ້ວ.

ແນວໃດກໍຕາມ, ທ່ານ ໂອລີ ໄອລຸນກາ ຄາເລນກາ ລັດຖະມົນຕີກະຊວງສາທາລະນະສຸກຂອງກົງໂກ ກ່າວວ່າ ໂຄງການແຈກຢາວັກແຊງ, ເຊິ່ງໄດ້ຮັບການສະໜັບສະໜູນຈາກອົງການອະນາໄມໂລກ (WHO) ທີ່ດຳເນີນການຕັ້ງແຕ່ໄລຍະເດືອນເມສາ 2018 ທີ່ຜ່ານມາ ສາມາດປ້ອງກັນຄວາມສ່ຽງການຕິດເຊື້ອ ແລະ ການເສຍຊີວິດຂອງປະຊາຊົນໄດ້ເປັນຈຳນວນຫຼວງຫຼາຍ ໂດຍມີຜູ້ໄດ້ຮັບຢາວັກແຊງແລ້ວຢ່າງໜ້ອຍ 76.425 ຄົນ. ແຕ່ຍອມຮັບວ່າ ສະຖານະການດ້ານຄວາມໝັ້ນຄົງໃນພາກຕາເວັນອອກສຽງເໜືອຂອງປະເທດ ສົ່ງຜົນກະທົບຕໍ່ຄວາມສະຫງົບຂອງເຈົ້າໜ້າທີ່ໃນການແຈກຢາຍຢາວັກແຊງ ນຳອີກ.

ສຳລັບເຊື້ອໄວຣັດອີໂບລາ ໄດ້ກັບມາແພ່ລະບາດອີກໃນກົງໂກແລ້ວຢ່າງໜ້ອຍ 2 ຄັ້ງ, ຄັ້ງທຳອິດ ຄື: ເດືອນພຶດສະພາ 2018 ແຕ່ແພ່ລະບາດບໍ່ດົນ, ສ່ວນຄັ້ງທີ 2, ຕັ້ງແຕ່ເດືອນສິງຫາ 2018 ທີ່ຜ່ານມາ ແລະ ເຈົ້າໜ້າທີ່ຍັງບໍ່ສາມາດຄວບຄຸມໄດ້ ຖືເປັນການແພ່ລະບາດໃນລະດັບຮ້າຍແຮງທີ່ສຸດ ນັບແຕ່ປີ 1976, ເຊິ່ງເປັນປີທີ່ມີການຄົ້ນພົບເຊື້ອໄວຣັດຊະນິດດັ່ງກ່າວເປັນຄັ້ງທຳອິດໃນໂລກຢູ່ປະເທດກົງໂກ ທີ່ຊື່ໃນອະດີດ ຄື: ຊາອີ ມີລາຍງານຈຳນວນຜູ້ປ່ວຍທັງໝົດ 318 ຄົນ ໃນຈຳນວນນີ້ເສຍຊີວິດ 280 ຄົນ.

ນອກຈາກນັ້ນ, ເຊື້ອໄວຣັດອີໂບລາທີ່ແພ່ລະບາດໃນຕອນນີ້ ຍັງເປັນສາຍພັນດຽວກັນທີ່ເຄີຍແພ່ລະບາດໃນຫຼາຍພື້ນທີ່ຂອງອາຟຣິກກາ ລະຫວ່າງປີ 2013-2015, ເຊິ່ງເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 11.300 ຄົນ ແລະ ມີຜູ້ປ່ວຍອີກ 28.600 ຄົນ.