2 ບໍລິສັດ ມອບລົດໃຫ້ ກະຊວງ ປກສ

0
2573
ມອບໂດຍ ທ່ານ ມາຕັນ ປະທານບໍລິສັດ ລາວເນັດຄອມມູນີ ເຄເຊີນ ຈໍາກັດຜູ້ດຽວ ມອບລົດໃຫ້ກະຊວງ ປກສ ໃຫ້ກຽດຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ

ບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ລາວເນັດຄອມມູນີ ເຄເຊີນ ຈໍາກັດຜູ້ດຽວ ໄດ້ມອບລົດໃຫ້ກະຊວງ ປກສ ໃນວັນທີ 11 ກຸມພາ 2019, ກ່າວມອບໂດຍ ທ່ານ ພຶດສະພາ ພູມມາສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ແລະ ທ່ານ ມາຕັນ ປະທານບໍລິສັດ ລາວເນັດຄອມມູນີເຄເຊີນ ຈໍາກັດຜູ້ດຽວ ໃຫ້ກຽດຮັບໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານທັງສາມຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ທ່ານ ພຶດສະພາ ພູມມາສັກ ປະທານບໍລິສັດ ແລະ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ

ທ່ານປະທານບໍລິສັດທັງສອງກ່າວວ່າ:

ລົດທີ່ມອບໃຫ້ ກະຊວງ ປກສ ໃນຄັ້ງນີ້ແມ່ນ ລົດເກັງເກຍ ເຊີລາໂຕ ບໍລິສັດລະ 2 ຄັນ ລວມ ເປັນ 4 ຄັນ, ລວມມູນຄ່າທັງໝົດ ຈໍານວນ 115.600 ໂດລາສະຫະລັດ ເພື່ອເປັນສ່ວນໜຶ່ງໃນການປະກອນສ່ວນເຂົ້າໃນວຽກງານ ຂອງກະຊວງ ປກສ ໃຫ້ມີຄວາມສະດວກສະບາຍຂຶ້ນຫຼາຍກວ່າເກົ່າ, ພ້ອມນີ້, ກໍເພື່ອເປັນການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ທີ່ໃກ້ຈະໝູນວຽນມາຮອດອີກວາລະໜຶ່ງ.

ທ່ານ ມາຕັນ ປະທານບໍລິສັດ ລາວເນັດຄອມມູນີເຄເຊີນ ແລະ ພັທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງ ປກສ ໄດ້ສະ ແດງຄວາມຂອບໃຈ, ຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ມາຍັງທ່ານປະທານທັງສອງບໍລິສັດ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານ ປກສ ໂດຍໄດ້ ມອບລົດເກັງໃຫ້ກະຊວງ ປກສ ນຳໄປໝູນໃຊ້ເຂົ້າໃນວຽກງານໃຫ້ມີຄວາມສະດວກຂຶ້ນ ແລະ ອວຍພອນໃຫ້ ທ່ານປະທານ ບໍລິສັດທັງສອງປະສົບຜົນສໍາເລັດ, ມີຄວາມຈະເລີນກ້າວໜ້າໃນການດໍາເນີນທຸລະກິດ, ມີຄວາມຜາສຸກໃນການດໍາລົງຊີວິດ, ສ່ວນຕົວ, ຄອບຄົວ ແລະ ມີສຸຂະພາບທີ່ແຂງແຮງ, ມີພະລານະໄມທີ່ສົມບູນ ເພື່ອພ້ອມກັນພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕໍ່ໄປ.

ທ່ານປະທານບໍລິສັດທັງສອງ ແລະ ລັດຖະມົນຕີ ກະຊວງ ປກສ ພ້ອມດ້ວຍຄະນະ
ລົດເກັງເກຍ ເຊີລາໂຕ ບໍລິສັດລະ 2 ຄັນ