ລມຕ ກະຊວງ ປກສ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ

0
1112

ວັນທີ 12 ກຸມພາ 2019, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ຈອງເບີນາດ ຄາຣາສໂກ (Jean-Bernard carrasco ) ເອກອັກຄະລັດຖະທູດ ແຫ່ງອົດສະຕາລີ, ທ່ານ ຊິນ ຊັງ ຊູນ ( shin sung soon ) ເອກອັກຄະລັດຖະທູດ ສປ ເກົາຫຼີ ແລະ ທ່ານ ນາງ ລີນາ ບິດເຕີ ( Rena Bitter ) ເອກອັກຄະລັດຖະທູດ ແຫ່ງສະຫະລັດອາເມລິກາ ປະຈໍາ ສປປ ລາວ ພ້ອມຄະນະ, ໂດຍມີຕາງໜ້າຈາກຄະນະນຳກະຊວງ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ຈອງເບີນາດ ຄາຣາສໂກ (Jean-Bernard carrasco ) ເອກອັກຄະລັດຖະທູດ ແຫ່ງອົດສະຕາລີ

ໃນການພົບປະຢ້ຽມຢາມຄັ້ງນີ້, ກໍເພື່ອສະແດງຄວາມຍິນດີທີ່ ທ່ານ ພົທ ວິໄລ ຫຼ້າຄຳຟອງ ໄດ້ຂຶ້ນມາຮັບໜ້າທີ່ໃໝ່ຕຳແໜ່ງເປັນ ລມຕ ໃນວາລະດັ່ງກ່າວບັນດາທ່ານທູດ ໄດ້ກ່າວຄຳຂອບໃຈ ທີ່ທ່ານ ລມຕ ກະຊວງ ປກສ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຍິນດີ ເນື່ອງໃນໂອກາດທີ່ທ່ານໄດ້ຮັບໜ້າທີ່ຕຳແໜ່ງເປັນລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ພ້ອມທັງລາຍງານສະພາບ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເປັນຕົ້ນແມ່ນ ບັນຫາອາຊະຍາກຳຂ້າມຊາດ, ຢາເສບຕິດ, ການລັກລອບເຂົ້າ-ອອກເມືອງ, ການຄ້າມະນຸດ, ການຄ້າ-ຂາຍສັດປ່າຫວງຫ້າມທີ່ຜິດຕໍ່ລະບຽບກົດໝາຍຂອງແຕ່ລະປະເທດ ແລະ ຈະຕ້ອງໄດ້ພ້ອມກັນສືບຕໍ່ແກ້ໄຂບັນຫາດັ່ງກ່າວ ໃຫ້ມີຄວາມສະຫງົບ-ປອດໄພ ທັງຮັກສາສັນຕິພາບຂອງບັນດາປະເທດອີກດ້ວຍ.

ພົທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຢາມຂອງ ທ່ານ ຊິນ ຊັງ ຊູນ ( shin sung soon ) ເອກອັກຄະລັດຖະທູດ ສປ ເກົາຫຼີ

ໂອກາດດຽວກັນ, ທ່ານ ລັດຖະມົນຕີກະຊວງ ປກສ ໄດ້ສະແດງຄວາມຂອບໃຈຕໍ່ທ່ານທູດ ຂອງແຕ່ລະປະເທດ ພ້ອມຄະນະ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ກໍຄືກຳລັງຕຳຫຼວດ ສປປ ລາວ ແລະ ໃຫ້ການຊ່ວຍເຫຼືອດ້ານຕ່າງໆ ດັ່ງນັ້ນ, ເພື່ອເຮັດໃຫ້ແຕ່ລະປະເທດ ມີສະຖຽນລະພາບ ແລະ ມີຄວາມສະຫງົບ ໃນຕໍ່ໜ້າຈະໄດ້ພ້ອມກັນສືບຕໍ່ຢ່າງຕັ້ງໜ້າເຂົ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ອາດເກີດຂຶ້ນໃນແຕ່ລະປະເທດ ພ້ອມກັນຮັບປະກັນທາງດ້ານຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃຫ້ສັງຄົມມີຄວາມສະຫງົບ, ປະເທດມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ຕາງໜ້າຈາກຄະນະນຳກະຊວງ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ