ເສດຖະກິດລາວເຕີບໂຕ ແຕ່ງົບປະມານບໍ່ເພີ່ມຂື້ນ

0
1289

ໃນກອງປະຊຸມປັບປຸງຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ການລົງທຶນຢູ່ ສປປ ລາວ ໄດ້ຍົກໃຫ້ເຫັນວ່າ: ໃນປີຜ່ານມາເສດຖະກິດລາວເຕີບໂຕສູງ ແຕ່ງົບປະມານບໍ່ເພີ່ມຂຶ້ນ. ເຊິ່ງກອງປະຊຸມພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ສະຫຼູບ ໃນຄັ້ງວັນທີ 12 ກຸມພາ 2019 ໂດຍເປັນປະທານ ຮ່ວມຂອງ ທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ກະຊວງ ກຜທ ພ້ອມພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງ ກຜທ ໃຫ້ຮູ້ວ່າ:

ທ່ານ ປອ ສຸພັນ ແກ້ວມີໄຊ

ການເຕີບໂຕຂອງເສດຖະກິດ ສປປ ລາວ ແມ່ນເຕີບໂຕມາຈາກຂະແໜງພື້ນຖານໂຄງລ່າງ ເປັນຕົ້ນແມ່ນການເຕີບໂຕມາຈາກການກໍ່ສ້າງທາງລົດໄຟ, ເຂື່ອນໄຟຟ້າ, ບໍ່ແຮ່ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດທີ່ຟຸມ ເຟືອຍ, ບໍ່ແມ່ນການເຕີບໂຕທີ່ສະໜໍ່າສະເໜີ, ບໍ່ແມ່ນການເຕີບໂຕມາຈາກທາງດ້ານອຸດສະຫະກໍາ; ເສດຖະກິດລາວເຕີບໂຕ ໃນບັນດາແຂວງ ກໍເຕີບໂຕສູງແຕ່ງົບປະມານບໍ່ເພີ່ມຂຶ້ນ ໂດຍສະຫຼຸບລວມແລ້ວ ການເຕີບໂຕຂອງເສດຖະກິດລາວ ຍັງຢູ່ໃນເຂດຕົວເມືອງ ແລະ ກະແຈກກະຈາຍບໍ່ລວມສູນ ນອກນີ້ ພື້ນຖານທີ່ເປັນແຫຼ່ງລາຍຮັບຂອງເສດຖະກິດຍັງບໍ່ທັນເຂັ້ມແຂງ ເຮັດໃຫ້ການເຕີບໂຕບໍ່ມີຄຸນນະພາບ.

ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ເຊິ່ງກອງປະຊຸມຄັ້ງນີ້ ຈຸດປະສົງເພື່ອເຜີຍແຜ່ເອກະສານນິຕິກໍາລຸ່ມກົດໝາຍ, ທີ່ລັດຖະບານຮັບຮອງຢ່າງເປັນທາງການແລ້ວ ເພື່ອໃຫ້ຂະແໜງການທັງສູນກາງ ແລະ ທ້ອງຖິ່ນມີຄວາມເປັນເອກະພາບ ກັນໃນການຄົ້ນຄວ້າພິຈາລະນາການລົງທຶນໃຫ້ມີຄວາມຖືກຕ້ອງຢ່າງເປັນລະບຽບ, ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ພ້ອມທັງຮັບຟັງການເຜີຍແຜ່ເອກະສານດໍາລັດຂອງນາຍົກລັດຖະມົນຕີ, ວ່າດ້ວຍການຮັບເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານຂອງ ສປປ ລາວ ສະບັບເລກທີ 03/ນຍ, ລົງວັນທີ 10 ມັງກອນ 2019.

ກອງປະຊຸມພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ໄດ້ສະຫຼູບ ໃນຄັ້ງວັນທີ 12 ກຸມພາ 2019

ຄໍາສັ່ງຂອງນາຍົກວ່າດ້ວຍ ການປັບປຸງລະບຽບ ແລະ ກົນໄກປະສານງານດໍາເນີນທຸລະກິດຢູ່ ສປປ ລາວ ເລກທີ 02/ນຍ ລົງວັນທີ 1 ມັງກອນ 2018, ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການການລົງທຶນປະຕູດຽວ ແລະ ໜ່ວຍງານ ປະສານງານການບໍລິການການລົງທຶນປະຕູດຽວຂັ້ນສູນກາງ ສະບັບ ເລກທີ 002/ຄລທ.ສ ລົງວັນທີ 20 ສິງຫາ 2018, ບົດແນະນໍາວ່າ ດ້ວຍການໃຫ້ນະໂຍບາຍສົ່ງເສີມ ການລົງທຶນດ້ານພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມ ສໍາລັບແຜນນໍາເຂົ້າຂອງລັດວິສະຫະກິດ ສະບັບເລກທີ 01/ຄລທ.ສ ລົງວັນທີ 2 ມັງກອນ 2019 ແລະ ດໍາລັດ ວ່າດ້ວຍ ເສດຖະກິດພິເສດ ສະບັບເລກທີ 188/ນຍ ລົງວັນທີ 7 ມິຖຸນາ 2108.