ພະນັກງານສານ ຄວນເອົາໃຈໃສ່ປະເມີນຜົນ ຄຸນນະພາບການດຳເນີນການຕິດສິນຄະດີ

0
1598
ພິທີປິດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ສານປະຊາຊົນ ເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງບໍລິຫານສານ-ບໍລິຫານຄະດີ ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ

ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ໄດ້ມີທິດຊີ້ນຳໃຫ້ບັນດາຄະນະນຳຂອງ ສານປະຊາຊົນສູງສຸດ, ສານປະຊາຊົນ ໃນນະຄອນຫຼວງວຽງຈັນ, ສານປະຊາຊົນພາກເໜືອກາງ-ພາກໃຕ້ ແລະ ສານປະຊາຊົນແຂວງ ຕະຫຼອດຮອດພະນັກງານສານໃນຂອບເຂດທົ່ວປະເທດ ເອົາໃຈໃສ່ປະເມີນຜົນ ຄຸນນະພາບການຕັດສິນຄະດີ ຢູ່ສານ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳ ໃນສັງຄົມ.

ທ່ານ ຄຳພັນ ພົມມະທັດ ໄດ້ເປັນກຽດເຂົ້າຮ່ວມໂອ້ລົມ

ທິດຊີ້ນຳດັ່ງກ່າວ ມີຂຶ້ນໃນໂອກາດທີ່ ທ່ານ ຄຳພັນ ພົມມະທັດ ໄດ້ເປັນກຽດເຂົ້າຮ່ວມໂອ້ລົມຕໍ່ ພິທີປິດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ສານປະຊາຊົນ ເພື່ອຍົກສູງປະສິດທິພາບໃນການຄຸ້ມຄອງບໍລິຫານສານ-ບໍລິຫານຄະດີ ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ ທີ່ຈັດຂຶ້ນໃນວັນທີ 15 ກຸມພາ 2019 ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ເປັນປະທານໂດຍ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ.

ເຂົ້າຮ່ວມໂດຍ ພວກສ່ວນທີ່ກ່ຽວຂ້ອງຈາກ ສານປະຊາຊົນສູງສຸດ, ສານປະຊາຊົນ ໃນນະຄອນຫຼວງວຽງຈັນ, ສານປະຊາຊົນພາກເໜືອກາງ-ພາກໃຕ້ ແລະ ສານປະຊາຊົນແຂວງ ຕະຫຼອດຮອດພະນັກງານສານໃນຂອບເຂດທົ່ວປະເທດ

ທ່ານ ຄຳພັນ ພົມມະທັດ ທັງເປັນເລຂາທິການສູນກາງພັກ ແລະ ຫົວໜ້າຫ້ອງວ່າການສູນກາງພັກ ກ່າວວ່າ:

ເພື່ອສ້າງໃຫ້ປະຊາຊົນຮູ້ສຶກ ຫຼື ສຳຜັດໄດ້ວ່າ ເຂົາເຈົ້າໄດ້ຮັບການປະຕິບັດທີ່ຖືກຕ້ອງ ແລະ ເໝາະສົມຈາກການປະຕິບັດໜ້າທີ່ຂອງ ຜູ້ພິພາກສາ ແລະ ພະນັກງານຂອງສານ, ໃຫ້ເຂົາເຈົ້າຮູ້ສຶກວ່າ ໄດ້ຮັບຄວາມຍຸຕິທຳຈາກການຕັດສິນຄະດີຂອງສານ.

ກ່ອນອື່ນໝົດ, ພະນັກງານການນຳຂອງສານແຕ່ລະຂັ້ນ ຄວນເອົາໃຈໃສ່ຕື່ມໃນການປະເມີນຜົນ ຄຸນນະພາບການດຳເນີນຄະດີ ວ່າຈາກຊຸມປີຜ່ານ ແລະ ສະພາບຕົວຈິງປັດຈຸບັນ ຄະດີທີ່ດຳເນີນໄປມີຈຸດໃດທີ່ຄວນໄດ້ປັບປຸງແກ້ໄຂ ໂດຍສະເພາະ ບັນດາຄະດີ ເຖິງວ່າຕັດສິນໄປແລ້ວຫຼາຍຄະດີ ກໍບໍ່ສາມາດປະຕິບັດໄດ້, ບໍ່ໄດ້ຮັບການຍອມຮັບຈາກຄູ່ກໍລະນີ ສະແດງອອກຄື: ພາກັນຂໍອຸທອນ, ບໍ່ຂໍອຸທອນ ແລະ ບໍ່ສົນໃຈການຕັດສິນ ໂດຍສະເພາະ ຢູ່ເຂດຊົນນະບົດຫ່າງໄກ, ໃຊ້ພຽງກົດຂອງບ້ານ, ປະເພນີຂອງຊຸມຊົນ ແລະ ສຸດທ້າຍມາການຕັດສິນ ກໍປະຕິບັດຍາກ;

ເຊິ່ງບັນຫານີ້ຄວນມີການປະເມີນວ່າ ການປະຕິບັດຕົວຈິງເປັນແນວໃດ, ມີການປ່ຽນແປງຮູບການຄືແນວໃດ ໂດຍສະເພາະ ຄະດີທີ່ກ່ຽວຂ້ອງກັບເຄືອຍາດຕ່າງໆ.

ພະນັກງານສານ ເອົາໃຈໃສ່ປະເມີນຜົນ ຄຸນນະພາບການຕັດສິນຄະດີ ຢູ່ສານ

ອີກບັນຫາໜຶ່ງ, ພະນັກງານສານ ຄວນປະເມີນເບິ່ງຄຸນນະພາບຂອງ ການຕັດສິນຄະດີ ຕື່ມອີກ. ຈາກນັ້ນ, ຈຶ່ງຊອກໃຫ້ເຫັນວ່າ ບັນຫາທີ່ພົ້ນເດັ່ນທີ່ຄວນໄດ້ເອົາໃຈໃສ່ ບໍ່ວ່າຈະເປັນການພິຈາລະນາຄະດີ ກໍຄືໃນການຄົ້ນຄວ້າຫານິຕິກຳຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປັນໄປໄດ້ສູງກວ່າເກົ່າ ຫຼື ນັບທັງການປະສານຕ່າງໆ ແມ່ນຈຸດໃດທີ່ຄວນປັບປຸງ, ອັນນີ້ຄວນໄດ້ປະເມີນຄືນເບິ່ງຄຸນນະພາບ; ເຊິ່ງການປະເມີນຖືວ່າ ເປັນການຫງ່ຽງຫູຟັງຫາງສຽງຈາກສັງຄົມ ເພື່ອສະກັດກັ້ນບັນຫາສຽງຈົ່ມວ່າ ຈາກປະຊາຊົນ ກໍຄື ຄູ່ກໍລະນີ.

ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ (ຊ້າຍ) – ທ່ານ ຄຳພັນ ພົມມະທັດ ເລຂາທິການສູນກາງພັກ ແລະ ຫົວໜ້າຫ້ອງວ່າການສູນກາງພັກ (ຂວາ)