ວັນທີ 14 ກຸມພາ ຜ່ານມານີ້, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ Mr. Mikhail BARANOV ເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດເຊຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ໂດຍມີຫົວໜ້າຫ້ອງວ່າການ ກະຊວງ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

Mr. Mikhail BARANOV ໄດ້ກ່າວວ່າ:

Mr. Mikhail BARANOV ເອກອັກຄະລັດຖະທູດ ແຫ່ງ ສະຫະພັນລັດເຊຍ ປະຈຳ ສປປ ລາວ (ຊ້າຍ) – ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ (ຂວາ)

ທ່ານຂໍສະແດງຄຳຂອບໃຈຕໍ່ ທ່ານລັດຖະມົນຕີ ກະຊວງ ປກສ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຍິນດີທີ່ທ່ານໄດ້ຮັບຕຳແໜ່ງໃໝ່ເປັນ ລັດຖະມົນຕີ ກະຊວງ ປກສ ພ້ອມທັງລາຍງານຈຸດປະສົງໃນການມາພົບປະຢ້ຽມຢາມຄັ້ງນີ້

ເປັນຕົ້ນແມ່ນ ວຽກງານການຕ້ານນັກສືບສອດແນມ, ບັນຫາຢາເສບຕິດ, ການກໍ່ການຮ້າຍ, ການກວດກາຄົນເຂົ້າ-ອອກເມືອງ ຢູ່ບັນດາດ່ານສາກົນຕ່າງໆ ແລະ ການປ້ອງກັນສະຖານທີ່ປະຈຳການທູດລັດເຊຍ ປະຈຳຢູ່ ສປປ ລາວ ແມ່ນມີຄວາມປອດໄພ.

ສາຍພົວພັນລະຫວ່າງ ລາວ-ລັດເຊຍ

ໂອກາດດຽວກັນ, ທ່ານລັດຖະມົນຕີ ກະຊວງ ປກສ ໄດ້ສະແດງຄວາມຂອບໃຈຕໍ່ Mr. Mikhail BARANOV ພ້ອມຄະນະ ທີ່ໄດ້ເຂົ້າພົບປະຢ້ຽມຢາມຄັ້ງນີ້ ໂດຍທ່ານໄດ້ກ່າວວ່າ:

ມິດຕະພາບການຮ່ວມມືລະຫວ່າງສອງປະເທດ ລາວ-ລັດເຊຍ ແມ່ນໄດ້ມີມາແຕ່ດົນນານ ແລະ ໄດ້ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງສະໜິດແໜ້ນ

ຕະຫຼອດໄລຍະຜ່ານມາ, ມິດຕະພາບການຮ່ວມມືລະຫວ່າງສອງປະເທດ ລາວ-ລັດເຊຍ ແມ່ນໄດ້ມີມາແຕ່ດົນນານ ແລະ ໄດ້ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງສະໜິດແໜ້ນ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ເຊິ່ງຜ່ານມາລັດຖະບານສອງປະເທດ ໄດ້ເຄື່ອນໄຫວໄປ-ມາຫາສູ່ກັນ ແມ່ນມີຄວາມປອດໄພດີ.

ລາວ-ລັດເຊຍ ຈະພ້ອມກັນສືບຕໍ່ຮ່ວມມືກັນໃນການຕ້ານ-ສະກັດກັ້ນ ແລະ ແກ້ໄຂບັນຫາຄວາມບໍ່ສະຫງົບຕ່າງໆ

ສະນັ້ນ, ໃນຕໍ່ໜ້າສອງປະເທດ ລາວ-ລັດເຊຍ ຈະພ້ອມກັນສືບຕໍ່ຮ່ວມມືກັນໃນການຕ້ານ-ສະກັດກັ້ນ ແລະ ແກ້ໄຂບັນຫາຄວາມບໍ່ສະຫງົບຕ່າງໆ ເປັນຕົ້ນແມ່ນ ຕ້ານນັກສືບສອດແນມ, ອາຊະຍາກຳຂ້າມຊາດ, ການຄ້າມະນຸດ ແລະ ບັນຫາຢາເສບຕິດ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດ ແລະ ສອງປະເທດຊາດ ມີຄວາມຜາສຸກ.